ພັດທະນາ ນະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງສີຂຽວ
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ວັນທີ 23 ມັງກອນ 2020 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສປ ນວ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ພ້ອມດ້ວຍຮອງປະທານ ສປ ນວ ສະມາຊິກສະພາແຫ່ງຊາດ (ສສຊ) ສະມາຊິກສະພາປະຊາຊົນ ນວ (ສສ ນວ) ເຂົ້າຮ່ວມ.