ຍສໝ - ຕໍ່ກັບບັນດາຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ, ໄພນ້ຳຖ້ວມຢູ່ ຫວຽດນາມ, ການນຳຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໄດ້ສົ່ງໂທລະເລກຢື້ຢາມເຖິງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ຍສໝ - ເວລາ 05:00 ໂມງຂອງວັນທີ 10 ກັນຍາ, ນໍ້າຖ້ວມນ້ຳແກ່ງຢູ່ແມ່ນ້ຳ ທາວ ຢູ່ ອຽນບ໋າຍ ມີຄວາມສູງ 35,22 ແມັດ, ສູງກວ່າລະດັບນ້ຳຖ້ວມໃນປະຫວັດສາດປີ 1968 (34,42 ແມັດ) 0,8 ແມັດ. ຄາດວ່າ, ປະຈຸປັນ ລະດັບນ້ຳຈະສືບຕໍ່ເພີ່ມຂຶ້ນ ແລະ ຮັກສາລະດັບສູງກວ່າລະດັບນ້ຳຖ້ວມໃນປະຫວັດສາດ.
ຍສໝ - ໃນໄລຍະທີ່ຜ່ານມາ, ສະພາບການຝົນຕົກນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກຳລັງທີ່ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍ ແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຍສໝ - ບ້ວງເງິນໜູນຊ່ວຍຮີບດ່ວນລວມມີ ເງິນຈຳນວນ 150.000 ໂດລານິວຊີແລນ ຜ່ານ UNICEF ແລະ 20.000 ໂດລານິວຊີແລນ ໃຫ້ແກ່ກອງທຶນຮັບມືກັບໄພທຳມະຊາດຮີບດ່ວນຂອງອົງການວິໄສທັດ ໂລກ (World Vision).
ຍສໝ - ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.
ຍສໝ - ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ແຕ່ຊາວຫວຽດນາມຍາມໃດກໍ່ເສີມຂະຫຍາຍມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງປັນຄວາມຫຍຸ້ງຍາກຕໍ່ຜູ້ປະສົບເຄາະຮ້າຍ. ໃນຊຸມວັນທີ່ຜ່ານມາ, ປະຊາຄົມຊາວຫວຽດນາມອາໄສຢູ່ເອີລົບ ມີບັນດາການເຄື່ອນໄຫວມຸ່ງໄປສູ່ພໍ່ແມ່ປະຊາຊົນເຂດພາກກາງເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກ, ເສຍຫາຍຕໍ່ພໍ່ແມ່ປະຊາຊົນ.
ຍສໝ - ສະຫະພາບເອີຣົບ ໜູນຊ່ວຍ ຫວຽດນາມ ເປັນເງິນຈຳນວນ 1,3 ລ້ານເອີໂຣ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.
ຍສໝ - ວັນທີ 23 ຕຸລາ ປີ 2020, ໂດຍຜ່ານກະຊວງການຕ່າງປະເທດ ອິນໂດເນເຊຍ, ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມແລະສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ມາຍັງຄອບຄົວທີ່ພວມຖືກເສຍຫາຍ. ອິນໂດເນເຊຍເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍນີ້ໂດຍໄວ.
ຍສໝ - ຢູ່ການາດາ, ໃນວັນທີ 20 ຕຸລາ, ສະຖານທູດ ຫວຽດນາມໄດ້ປຸກລະດົມຂະບວນການຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ແລະ ບໍລິຈາກໃຫ້ແກ່ພໍ່ແມ່ປະຊາຊົນເຂດພາກກາງ.
ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.
ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.