ພາບປະທັບໃຈທີ່ພິທີເປີດ Army Games ຢູ່ຫວຽດນາມ
ຕອນເຊົ້າວັນທີ 31 ສິງຫາ, ຢູ່ສູນຝຶກອົບຮົມແຫ່ງຊາດ ເລກ 4 (ຮ່າໂນ້ຍ), ກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີໄຂ 2 ລາຍການແຂ່ງຂັນ “ນັກຍິງບັ່ນທອນ “ ແລະ “ເຂດອຸບັດຕິເຫດ” ໃນຂອບເຂດການແຂ່ງຂັນກິລາການທະຫານສາກົນ (Army Games) ປີ 2021 ຢູ່ຫວຽດນາມ. ນີ້ແມ່ນຄັ້ງທໍາອິດທີ່ກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບຈັດຕັ້ງ 2 ລາຍການແຂ່ງຂັນໃນຂອບເຂດ ອາມີເກມ 2021 ດ້ວຍການເຂົ້າຮ່ວມຂອງ 8 ປະເທດໃນໂລກ.