ຍສໝ - ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຕາແສງເຊີນໄຕ, ຮ່າໂນ້ຍ) ໄດ້ກາຍເປັນຈຸດໝາຍປາຍທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສະທ້ອນໃຫ້ເຫັນຊີວິດທາງດ້ານວັດທະນະທຳຂອງ 54 ຊົນເຜົ່າຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງເປັນຂົວຕໍ່ເພື່ອໂຄສະນາເອກະລັກຂອງຊາດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.
ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ທີ່ກອງປະຊຸມຂອງສະພານິຕິບັນຍັດ ຮົງກົງ (ຈີນ) ໃນວັນທີ 20 ມີນານີ້, ຫົວໜ້າກົມຮັກສາຄວາມສະຫງົບ ດັ້ງບິ່ງເກື່ອງ ໃຫ້ຮູ້ວ່າ ພາຍຫຼັງ ຮົງກົງ ໄດ້ເປີດວີຊາແຮງງານໃຫ້ຄົນງານທີ່ມີສີມືສູງມາຈາກ ຫວຽດນາມ, ລາວ ແລະ ເນປານ ໃນວັນທີ 25 ຕຸລາ 2023, ໄລ່ຮອດວັນທີ 29 ກຸມພານີ້, ອຳນາດການປົກຄອງເຂດປົກຄອງພິເສດ ໄດ້ຮັບໃບສະໝັກ 132 ສະບັບຈາກ 3 ປະເທດດັ່ງກ່າວ, ໃນນັ້ນ 109 ໃບສະໝັກໄດ້ຮັບການອະນຸມັດ ແລະ ສ່ວນທີ່ຍັງເຫຼືອ ແມ່ນພວມຢູ່ໃນຂະບວນການອະນຸມັດ.
ຍສໝ - ຢູ່ໝູ່ບ້ານທູບທຽນ (ເຂດໄຕສວນ, ເມືອງເຫ້ວ) ມີຄວາມຜາສຸກກວ່າເມື່ອກຸ່ມສາກົນຫຼາຍກຸ່ມໄດ້ມາຢ້ຽມຢາມ, ສຳຜັດ ແລະ ຖ່າຍຮູບທີ່ລະນຶກ.
ຍສໝ - ກັບຄືນໄປຫວຽດນາມ ພາຍຫຼັງ 16 ປີ, ທ່ານ Winston Siaw ໄດ້ສຳຫຼວດດິນແດນຮູບຊົງ S ໂດຍລົດໄຟ ທອງເຍີດ ເປັນເວລາ 13 ວັນ ດ້ວຍຄ່າໃຊ້ຈ່າຍ 400 USD.
ຍສໝ - ກຸ່ມນັກທ່ອງທ່ຽວທຳອິດໄດ້ສຳຜັດກັບທິວທັດນ້ຳຕົກບ້ານຈົກ (ຫວຽດນາມ) - ດຶກແທ່ງ (ຈີນ) ພາຍຫຼັງລັດຖະບານຂອງ 2 ຝ່າຍໄດ້ດຳເນີນການທົດລອງໃຫ້ນັກທ່ອງທ່ຽວຂອງ 2 ປະເທດເດີນທາງກັບໄປມາຍັງເຂດພູມສັນຖານແຫ່ງນີ້ຕັ້ງແຕ່ຕອນເຊົ້າ 15 ເດືອນກັນຍາ.
ຍສໝ - ພາຍຫຼັງທີ່ໄດ້ປິດປະຕູເປັນເວລາຍາວ ຍ້ອນຜົນກະທົບຂອງພະຍາດໂຄວິດ-19, ປ່າສະຫງວນແຫ່ງຊາດອູມີງເຖື້ອງ ແລະ ເຂດທ່ອງທ່ຽວວັດຮາງ, ໜ່ວຍພູຟູ່ຕື໊, ເມືອງ ກຽນເລືອງ (ກຽນຢາງ) ໄດ້ເປີດບໍລິການຄືນໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວ, ເຊິ່ງນັດພົບເປັນສະຖານທີ່ທ່ອງທ່ຽວນິເວດທີ່ປອດໄພໃຫ້ແກ່ນັກທ່ອງທ່ຽວ ໃນຊ່ວງປີໃໝ່ປີຂານ 2022.
ຍສໝ - ຣຸ່ຈ໊າ (ນະຄອນເຫ້ວ) ເປັນປ່າຊາຍເລນທີ່ມີຕົ້ນໄມ້ຊະນິດໜຶ່ງທົ່ວໄປ (ເອີ້ນອີກຊື່ໜຶ່ງວ່າ ຢ໊າ).
ຍສໝ - ແຫຼມເຊີນຈ່າ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ມາຮອດດິນແດນ ເລືອງເຊີນ, ຮວ່າບິ່ງ, ນັກທ່ອງທ່ຽວຈະໄດ້ກີນຊີ້ນໝູປີ້ງພັນໃບໝາກກ້ຽງໃຫຍ່ ທີ່ມີກິ່ນຫອມ.
ຍສໝ - ກຸ່ມສະຖາປັດຕະຍະກຳຈ່າງອານ, ສວນນົກທູງຍາມ ຫຼືເຂດອະນຸລັກເຂດນໍ້າຖ້ວມເວິນລອງ ແມ່ນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ແລະ ເປັນເອກະລັກສະເພາະຢູ່ເຂດນີງບິ່ງ.
ຍສໝ - ນັບແຕ່ວັນທີ 8 ກຸມພາ, ສະຖານທີ່ທ່ອງທ່ຽວອຸທະຍານບໍ່ນ້ຳຮ້ອນ ພູເທີ່ນຕ່າຍ ທີ່ນະຄອນດ່ານັ້ງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການຄືນ ເພື່ອຮັບນັກທ່ອງທ່ຽວມາຢ້ຽວຊົມ, ພັກຜ່ອນ, ມ່ວນຊື່ນ ແລະ ເບິ່ງແຍ່ງສຸຂະພາບຮ່າງກາຍດ້ວຍນນ້ຳຮ້ອນທຳມະຊາດ.
ຍສໝ - ໂດຍການຕົກລົງເຫັນດີຈາກລັດຖະບານປະເທດຕ່າງໆ ແລະເຈົ້າໜ້າທີ່, ສາຍການບິນ Vietjet Air ຄາດຄະເນຈະເຊື່ອມຕໍ່ສາຍການບິນສາກົນເປັນປົກກະຕິຄືນໃໝ່ແຕ່ວັນທີ 1 ມັງກອນ 2022.
ຍສໝ - ແຂວງກວ໊າງນິ່ງ ຈະຫຼຸດຄ່າເຂົ້າຊົມທ່ອງທ່ຽວ 50% ໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆໃນ 6 ເດືອນຕົ້ນປີ 2022.
ຍສໝ - ເຂົ້າສຸກເຫຼືອງໃນທົ່ງນາຂັ້ນໄດ, ປ່າໄມ້ສີຂາວນວນ ແລະ ເສັ້ນທາງງໍໂງ້ງຢູ່ຍອດພູ ເຕັມໄປດ້ວຍຕົ້ນເລົ່າທີ່ກວ້າງໃຫຍ່ສະຫຼັບກັບສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢາວ, ເຜົ່າຊ໊ານຈີ, ເຜົ່າໄຕ່ ແມ່ນບັນດາສະຖານທີ່ທີ່ໜ້າປະທັບໃຈຢູ່ບິ່ງລຽວ (ກວ໋າງນີງ) ໃນຊຸມ ທ້າຍລະດູໃບໄມ້ຫຼົ່ນ ແລະຕົ້ນລະດູໜາວ.
ກວ໋າງບິ່ງ ໄດ້ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ການຮັບແຂກທ່ອງທ່ຽວຕ້ອງປະຕິບັດຕາມເງື່ອນໄຂ, ຂໍໍ້ກຳນົດຂອງກະຊວງສາທາລະນະສຸກ ແລະ ຂໍ້ກຳນົດຂອງລັດຖະບານ. ນັກທ່ອງທ່ຽວຕ້ອງສັກວັກຊິກກັນພະຍາດໂຄວິດ - 19 ຄົບ 2 ເຂັມ. ຕ້ອງໄດ້ກວດພະຍາດໂຄວິດ - 19 ກ່ອນທີ່ຈະຂຶ້ນຍົນ ແລະ ພາຍຫຼັງມາຮອດກໍຕ້ອງກວດຕື່ມອີກເທື່ອໜຶ່ງ.”