ນັກຊ່ຽວຊານກຳປູເຈຍ ຕີລາຄາສູງການຢ້ຽມຢາມຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ
ຍສໝ - ທ່ານ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ - ອາຟະຣິກາ ແລະ ຕາເວັນອອກກາງ ສັງກັດສະຖາບັນພົວພັນສາກົນ (ສະພາມະຫາບັນດິດລາຊະ ອານາຈັກກໍາປູເຈຍ), ຖືວ່າ: ການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການແຕ່ວັນທີ 21 – 22 ທັນວາ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງໃຫ້ເຫັນ ການພົວພັນອັນດີງາມ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດກຳປູເຈຍ ແລະ ຫວຽດນາມ.