ຍສໝ - ວັນທີ 18 ມິຖຸນາ, ພາຍໃດຂອບເຂດກອງປະຊຸມຄັ້ງທີ 36 ຂອງບັນດາປະເທດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ສະຫະປະຊາຊາດນະຄອນນິວຢອກ (ອາເມລິກາ), ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ຮອງຜູ້ນຳສະຖາບັນການຕ່າງປະເທດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ, ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026–2035 ດ້ວຍຄະແນນສຽງສູງທີ່ສຸດພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ.
ຍສໝ - ຕອນເຊົ້າວັນທີ 21 ພະຈິກ, ກອງເຮືອ 263 ແລະ 265 ຂອງກອງບັນຊາການເຂດ 5 ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ເຂົ້າທຽບທ່າກຳປັ່ນທະຫານເຂດ 5, ສິ້ນສຸດການລາດຕະເວນຮ່ວມປະຈຳປີ ຄັ້ງທີ 50 ກັບກອງເຮືອ 511 ແລະ 521 ຂອງກອງທັບເຮືອ ໄທ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ມີຜົນສັກສິດ (ແຕ່ວັນທີ 16 ພະຈິກ 1994 ຫາວັນທີ 16 ພະຈິກ 2024), ກຳມະການສຳຮອງຄະນະບໍລິຫານງານສູນກາງພັກ, ຮອງລັດຖະມົນຕີຖາວອນກະຊວງການຕ່າງປະເທດ ທ່ານ ຫງວຽນມິນຫວູ໊ ໄດ້ຕອບສຳພາດຕໍ່ນັກຂ່າວ.
ຍສໝ - ໃນວັນທີ 3 ແລະ 4 ຕຸລາ, ຢູ່ໂຮງຮຽນມັດທະຍົມຕອນປາຍ ລີເທື່ອງກຽດ ແລະ ໂຮງຮຽນມັດທະຍົມຕອນປາຍ ຫງວຽນເຈືອງໂຕະ, ຕາແສງ ລາກິ ແຂວງບິ່ງທວ້ນ, ພະແນກຖະແຫຼງຂ່າວ ແລະ ການສື່ສານ ໄດ້ຮ່ວມມືກັບພະແນກສຶກສາ ແລະ ບຳລຸງສ້າງ ແຂວງ, ຄະນະກໍາມະການປະຊາຊົນ ຕາແສງ ລາກິ ຈັດງານວາງສະແດງດິຈິຕອນ “ຮ່ວາງຊາ , ເຈືອງຊາ ຂອງຫວຽດນາມ – ບັນດາຫຼັກຖານທາງປະຫວັດສາດ ແລະ ນິຕິກຳ”.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ຍສໝ - ແຕ່ວັນທີ 25 – 29 ມິຖຸນາ, ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄປຢ້ຽມຢາມພະນັກງານ ແລະ ນັກຮົບກອງທັບເຮືອເຂດ 5.
ຍສໝ - ໃນແຕ່ລະປີ, ບັນດາທ້ອງຖິ່ນແຄມຝັ່ງທະເລແຂວງເຫງະອ່ານ ແລະ ທະເລກຳລັງຕຳຫຼວດທະເລຫວຽດນາມ ຍາມໃດກໍ່ມີບັນດາການເຄື່ອນໄຫວທີ່່ແທດຈິງ, ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີລະຫວ່າງປະຊາຊົນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດສັງຄົມ…
ວັນທີ 24 ເມສາ, ຢູ່ເມືອງກໍກົງດົງ (ແຂວງຕ່ຽນຢາງ), ກອງບັນຊາການຕໍາຫຼວດທະເລສົມທົບກັບຄະນະຊາວໜຸ່ມກອງທັບ, ຄະນະຊາວໜຸ່ມແຂວງຕ່ຽນຢາງ ແລະຄະນະກຳມະການປະຊາຊົນເມືອງກໍກົງດົງ ຈັດຕັ້ງລາຍການວັນບຸນ “ສາຍຈິດມິດໃຈຢູ່ເຂດຊາຍແດນ ແລະທະເລໝູ່ເກາະ” ໃນປີ 2021.