ຍສໝ - ແຕ່ວັນທີ 7 ຫາວັນທີ 11 ເມສາ, ຄະນະປະຕິບັດງານຂອງໂຮງໝໍສູນກາງ ເຫ້ວ ນຳໂດຍ ທ່ານ ສາດສະດາຈານ ດຣ ຟ້າມຍື່ຫ້ຫຽບ, ຜູ້ອຳນວຍການໂຮງໝໍ, ພ້ອມດ້ວຍບັນດາອາຈານ, ສາດສະດາຈານ, ຜູ້ຊ່ຽວຊານດ້ານການແພດໃນຂະແໜງຜ່າຕັດ, ການນ້ອຍໃສ່ທໍ່ສົ່ງໄຂ່ຫຼັງ ໄດ້ມາເຮັດວຽກຢູ່ນະຄອນຫຼວງວຽງຈັນ (ປະເທດລາວ).
ຍສໝ - ທ່ານໝໍ ໂງຫາຍເຊີນ ແມ່ນນັກປີນພູທີ່ມີສັນຊາດ ຫວຽດນາມ ຄົນທຳອິດທີ່ຂຶ້ນພູ K2 ຂອງ ປາກິດສະຖານ ຢ່າງສຳເລັດຜົນ. K2 ແມ່ນຈອມພູທີ່ສູງອັນດັບສອງໃນໂລກ ແລະ ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ເປັນຫຼາຍເທົ່າ.
ຍສໝ - ຕາມຜູ້ຕາງໜ້າພິເສດສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ແລ້ວ, ແຕ່ວັນທີ 5-10 ທັນວາ, ສະມາຄົມມິດຕະພາ ບຫວຽດນາມ - ລາວ ນະຄອນ ໂຮ່ຈິມິນ ສົມທົບກັບມະຫາວິທະຍາໄລແພດສາດ ຟ້າມຫງອກແທກ ແລະ ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການກວດພະຍາດ, ແຈກຢາຍຢາ ແລະ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນທີ່ມີ່ສະພາບການຫຍຸ້ງຍາກຢູ່ແຂວງ ຄຳມ່ວນ, ພາກກາງ ລາວ.
ຍສໝ - ໂຄງການກວດພະຍາດ, ແຈກຢາຍຢາ ແລະ ມອບຂອງຂວັນໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ແລະ ປະຊາຊົນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນຫຼວງວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ ທີ່ມີຄວາມໝາຍດ້ານມະນຸດສະທຳ, ຈິດໃຈສາມັກຄີ, ສະແດງໃຫ້ເຫັນຄວາມສຳຄັນຂອງນ້ຳໃຈຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ ໄປຍັງຊາວຫວຽດນາມທີ່ຢູ່ຫ່າງໄກປະເທດຊາດ.