ຍສໝ - ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການໄປເຄື່ອນໄຫວວຽກງານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ແຕ່ລະຫວ່າງວັນທີ 7 ຫາ 8 ພຶດສະພາ ຢ່າງຈົບງາມ ຕາມຄຳເຊີນຂອງ ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ. ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກຂອງລັດຖະບານ ຂໍສະເໜີບົດຕອບສຳພາດຂອງ ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກ່ຽວກັບໝາກຜົນຂອງການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ 48 ຂອງທ່ານນາຍົກລັດຖະມົນຕີ ເລມິນຮຶງ.
ຍສໝ - ບັນດາທ້ອງຖິ່ນເພີ່ມທະວີການປະສານງານລະຫວ່າງອົງການຕ່າງໆໃນການກວດກາ ແລະ ຄວບຄຸມເຮືອຫາປາທີ່ເຂົ້າ ແລະ ອອກຈາກທ່າເຮືອ ແລະ ປະຕິບັດງານຢູ່ໃນເຂດທະເລເພື່ອປ້ອງກັນ ແລະ ຈັດການກັບເຮືອຫາປາທີ່ລະເມີດການປະຕິບັດການຫາປາ IUU ຢ່າງເຂັ້ມງວດ.
ຍສໝ - ແຕ່ວັນທີ 19-21 ພະຈິກນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນ ອາຊີ - ປາຊີຟິກ ເພື່ອຕີລາຄາ 30 ປີແຫ່ງການປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານການກະທຳ ປັກກິ່ງ ຢູ່ ບັງກອກ, ປະເທດ ໄທ.
ຍສໝ - ສືບຕໍ່ການເຄື່ອນໄຫວທີ່ກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Davos (ສະວິດເຊີແລນ), ວັນທີ 23-24 ພຶດສະພາ ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມດ້ວຍຫົວຂໍ້ “ອາຊຽນດິຈິຕອລສຳລັບທຸກຄົນ” ແລະ ການໂອ້ລົມສົນທະນາລະຫວ່າງບັນດາຜູ້ນຳດ້ວຍຫົວຂໍ້ “ການສ້າງເສດຖະກິດເຂັ້ມແຂງດ້ວຍຕົນເອງໃຫ້ແກ່ການເຕີບໂຕແບບຍືນຍົງ”.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ, ແບ່ງຂັ້ນ ແລະ ແບ່ງສິດເໝາະສົມຕາມຄວາມສາມາດ, ຕິດພັນກັບການຕິດຕາມກວດກາຢ່າງໃກ້ຊິດໃນການປ່ອຍເງິນລົງທຶນພາກລັດ.
ຍສໝ - ຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ແລະ ທ່ານນາງຮອງປະທານາທິບໍດີສະຫະລັດອາເມລິກາ Kamala Harris ໄດ້ເຂົ້າຮ່ວມພິທີເປີດ ຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ ອາເມລິກາ (CDC) ຢູ່ຮ່າໂນ້ຍ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Ekaterina Zaharieva ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸນກາຣີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໄປຢ້ຽມຢາມ ສາທາລະນະລັດ ບຸນກາຣີຢ່າງເປັນທາງການ ໃນລະຫວ່າງວັນທີ 3 – 5 ກໍລະກົດ.