ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້

ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້

ໃນວັນທີ 7 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ເພື່ອພົບປະໂອ້ລົມ, ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ແລະ ຊຸກຍູ້ການແກ້ໄຂ ໄພນ້ຳຖ້ວມ ຢູ່ແຂວງ ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.