ຫຼາຍຮ້ອຍອົງການປະຊາຊົນໃນທົ່ວໂລກ ໄດ້ໄວ້ອາໄລ, ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ຍສໝ - ໃນຊຸມວັນທີ່ຜ່ານມາ, ຫຼາຍຮ້ອຍອົງການປະຊາຊົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບຸກຄົນ (ທີ່ເປັນເພື່ອນມິດ, ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກ) ຈາກທົ່ວໂລກໄດ້ສົ່ງໂທລະເລກ, ຈົດໝາຍ, ຂໍ້ຄວາມຄວາມເສົ້າສະຫຼົດໃຈເຖິງພັກ, ລັດ, ປະຊາຊົນ ຫວຽດນາມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກສູນກາງ ແລະ ທ້ອງຖິ່ນ.