ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ: “ສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນຂອງທ່ານ Abe Shinzo ເພື່ອສັນຕິພາບໂລກ”
ຍສໝ - ໃນປຶ້ມໄວ້ອາໄລ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ຂຽນວ່າ: “ພວກຂ້າພະເຈົ້າຮູ້ສຶກເສຍໃຈຢ່າງສຸດເຊິ້ງ ເມື່ອໄດ້ຮັບຂ່າວວ່າ ທ່ານ Abe Shinzo, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ, ຜູ້ນຳທີ່ມີຊື່ສຽງ ແລະ ມີອິດທິພົນຊື່ສຽງ, ເກັ່ງກ້າສາມາດຂອງ ຍີ່ປຸ່ນ, ແມ່ນເພື່ອນມິດທີ່ດີ ແລະ ສະໜິດສະໜົມຂອງປະຊາຊົນຫວຽດນາມ ເຖິງແກ່ມໍລະນະກໍາ. ທ່ານ Abe Shinzo ເຖິງແກ່ມໍລະນະກໍາແມ່ນເປັນການສູນເສຍອັນໃຫຍ່ຫຼວງຕໍ່ພວກເຮົາທຸກຄົນ.