ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ ແລະ ຈຸດທູບ, ອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
ຍສໝ - ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ ປີ 2026), "ງານວາງສະແດງ ແລະ ລາງວັນວິຈິດສິນ 2026 - ສິລະປະການປັ້ນຫຼໍ່ຂອງນະຄອນ ໃນຮອບ 5 ປີ" ໄດ້ໄຂຂຶ້ນໃນວັນທີ 27 ເມສາ ຢູ່ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ດຶງດູດບັນດາຜູ້ຊ່ຽວຊານ ແລະ ມວນຊົນທີ່ມັກຮັກໃນສິລະປະເຂົ້າຮ່ວມຢ່າງຫຼວງຫຼາຍ.
ຍສໝ - ວັນທີ 30 ເມສາ 1975, ແມ່ນຈຸດເວລາປະຫວັດສາດທີ່ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສິ້ນເຊີງ, ໂຮມປະເທດຊາດເປັນເອກະພາບ, ໄດ້ຝາກຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃນຄວາມຊົງຈຳຂອງບັນດາເພື່ອນມິດສາກົນ.
ຍສໝ - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 402 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງລາວ.