ຍສໝ - ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ - ຫົວພັນ 2024 ຈະໄດ້ຈັດຂຶ້ນແຕ່ວັນທີ 21 ຫາ ວັນທີ 23 ມີນາ, ຢູ່ແຂວງ ຫົວພັນ, ສປປ ລາວ ດ້ວຍຫຼາຍການເຄື່ອນໄຫວທ່ອງທ່ຽວ, ວັດທະນະທຳທີ່ເປັນເອກະລັກພິເສດ. ນີ້ແມ່ນເຫດການວັດທະນະທຳ, ທ່ອງທ່ຽວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ, ເຊີນລາ - ຫົວພັນ.
ຍສໝ - ຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນຕຸລາ 2023, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 1,11 ລ້ານເທື່ອຄົນ, ເປັນເດືອນທີ 4 ຕິດຕໍ່ກັນ ທີ່ຂະແຫນງການທ່ອງທ່ຽວຄາດວ່າຈະຕ້ອນຮັບແຂກສາກົນກວ່າ 1 ລ້ານເທື່ອຄົນ. ໃນ 10 ເດືອນຂອງປີ 2023, ຈຳນວນນັກທ່ອງທ່ຽວສາກົນເຂົ້າປະເທດເຮົາຈະບັນລຸເກືອບ 10 ລ້ານເທື່ອຄົນ.
ຍສໝ - ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ການຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2024 ແມ່ນເພື່ອແນໃສ່ຊຸກຍູ້ຂະແໜງການທ່ອງທ່ຽວຂອງລາວ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບຈາກຕ່າງປະເທດໃຫ້ແກ່ປະເທດ.
ຍສໝ - ຄາດວ່າແຜນການສົ່ງເສີມການທ່ອງທ່ຽວປີ 2024 ໂດຍອົງການທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ກ່າວເຖິງງານວາງສະແດງ, ໂຄງການສຳຫຼວດ ແລະ ແນະນຳການທ່ອງທ່ຽວຢູ່ຕະຫຼາດສາກົນ.
ຍສໝ - ຕາດນ້ຳແຮງ ເປັນຕາດທີ່ມຄວາມງາມເປັນເລີດ ຈົນມີຄວາມພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ຕາດນ້ຳແຮງ” ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທສະບານເມືອງຮຸນ ປະມານ 24 ກິ ໂລແມັດ.
ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ
ຫວ່າງແລ້ວນີ້, ຢູ່ບ້ານ ລາຍຈ໋າຍ 1, ຕາແສງ ຄຸນຮ່າ, ເມືອງ ຕາມເດືອງ, ແຂວງ ລາຍເຈົາ ໄດ້ດຳເນີນກອງປະຊຸມສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບ ເຕັກໂນໂລຢີ (Metaverse) ດ້ວຍຫົວຂໍ້ “ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄວາມຄາດຫວັງບືນໄປໄກ”.
ຍສໝ - ນັບແຕ່ວັນທີ 17 ມິຖຸນາ ຫາວັນທີ 19 ມິຖຸນາ, ຢູ່ເມືອງກວາງດ່ຽນ (ແຂວງເທື່ອທຽວເຫ້ວ) ຈະດຳເນີນງານບຸນ “ຟອງນ້ຳຕາມຢາງ” 2022.
ຍສໝ - ຂະແໜງການທ່ອງທ່ຽວພວມຍູ້ແຮງການສື່ສານ, ໂຄສະນາການທ່ອງທ່ຽວຢູ່ນອກ SEA Games 31, ໝູນໃຊ້ກາລະໂອກາດທີ່ດີເພື່ອໂຄສະນາພາບພົດ, ປະເທດຊາດ, ຊາວຫວຽດນາມ ມາຍັງເພື່ອນມິດສາກົນ.
ໃນໂອກາດວັນພັກສະເຫຼີມສະຫຼອງວັນຫວຽດນາມ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ, ໄດ້ມີການເຄື່ອນໄຫວທີ່ຟົດຟື້ນແບບບໍ່ເຄີຍມີມາກ່ອນຂອງຂະແໜງທ່ອງທ່ຽວໃນທົ່ວປະເທດ. ຕາມຂະແໜງທ່ອງທ່ຽວແລ້ວ, ໃນໂອກາດນີ້ມີແຂກທ່ອງທ່ຽວປະມານ 5 ລ້ານເທື່ອຄົນໄປທ່ອງທ່ຽວ.
ຕອນຄ່ຳວັນທີ 30 ເມສາ, ຮ່າໂນ້ຍ ໄດ້ຈັດພິທີໄຂປີທ່ອງທ່ຽວ ເຊີນເຕີຍ - ເຂດດວ່າຍ ດ້ວຍຫົວຂໍ້ “ເຊີຍເຕີຍ - ກັບມາເຂດດິນແດງແຫ່ງມໍລະດົກ” ແລະ ຈັດພືເປີດເຄື່ອນໄຫວຖະໜົນຍ່າງ ກຳແພງເກົ່າ ເຊີນເຕີຍ (ຮ່າໂນ້ຍ).
ບັນດາເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ໄດ້ນຳມາເຊິ່ງການສຳຜັດທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ກ່ຽວກັບນະຄອນທ່ອງທ່ຽວຂຽວ, ນະຄອນເພື່ອສັນຕິພາບ, ປະຊາຊົນ “ມີວັດທະນະທຳ - ສະໜິດສະໜົມ ແລະ ຮັກແພງແຂກຄົນ”.
ຍສໝ - ແຕ່ວັນທີ 23 ເມສາ ຫາ 23 ພຶດສະພາ 2022, ງານບຸນດອກກຸຫຼາບ Fansipan ປີ 2022 ດ້ວຍຫົວຂໍ້ "ດິນແດນແຫ່ງດອກກຸຫຼາບໃນເມກ" ທີ່ມີຂອບຂະໜາດໃຫຍ່ ແລະ ມີງານສິລະປະຫຼາຍຢ່າງທີ່ອຸດົມສົມບູນໄປດ້ວຍເອກະລັກທາງຕາເວັນຕົກສ່ຽງເໜືອ ຈະນຳມາໃຫ້ນັກທ່ອງທ່ຽວ ເຊິ່ງບັນດາການລົງພຶດຕິກຳຕົວຈິງກັບດອກກຸຫຼາບທີ່ເປັນເອກະລັກທີ່ບໍ່ເຄີຍມີມາກ່ອນ.
ຍສໝ - ຖ້ຳ ຄໍ໋ຈົວລາ ຢູ່ຕາແສງ ຊ໊າແຍ່ (ເມືອງຕົ໊ວຈົ໊ວ, ແຂວງດ້ຽນບຽນ) ໄດ້ຮັບການຮັບຮອງວ່າເປັນມໍລະດົກທັດສະນີຍະສະຖານລະດັບຊາດ ໃນປີ 2015.
ຫວ່າງແລ້ວນີ້, ຢູ່ສະໜາມຫຼວງປະຊາຊົນແຂວງ ລາຍເຈົາ ຂອງ ຫວຽດນາມ, ໄດ້ດຳເນີນພິທີໄຂສັບປະດາທ່ອງທ່ຽວ - ວັດທະນະທຳແຂວງ ລາຍເຈົາ ປີ 2022, ດ້ວຍຫົວຂໍ້ “ກັບຄືນຢາມຈອມພູທີ່ໃຫຍ່ໂຕມະໂຫຖານ ແຂວງ ລາຍເຈົາ”.
ຈະມີທັງໝົດ 125 ເຫດການຖືກຈັດຂຶ້ນໃນຕະຫຼອດປີ ພາຍໃຕ້ຫົວຂໍ້ “ທະເລ ຍາຈາງ - ສະຖານທີ່ທ່ອງທ່ຽວປອດໄພ”.
ຈຳນວນແຂກທ່ອງທ່ຽວໄປທ່ຽວ ກຸ່ງເກົ່າ ເຫວ້ ໃນໄລຍະໃກ້ຈະຮອດ ແລະ ຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ເມື່ອທຽບໃສ່ປີ 2021 ດ້ວຍກວ່າ 70.000 ເທື່ອຄົນ.
ວັນທີ 3 ກຸມພາ, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວໄປທ່ຽວຊົມອ່າວ ຮະລອງ. ນີ້ແມ່ນຄະນະນັກທ່ອງທ່ຽວຄະນະທຳອິດ ທີ່ເຂົ້າຮ່ວມຮູບແບບທ່ອງທ່ຽວເປັນລາຍການທ່ອງທ່ຽວ ພາຍຫຼັງຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ.
ຍສໝ - ລັດຖະບານໄດ້ເຫັນດີເພີ່ມເຕີມນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ເຂົ້າໃນບັນຊີລາຍຊື່ບັນດາທ້ອງຖິ່ນທີ່ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນແຕ່ຕົ້ນປີນີ້, ພ້ອມກັບ 5 ທ້ອງຖິ່ນຕ່າງໆຄື: ດ່າໜັງ, ກຽນຢາງ, ແຄ໋ງຮ່ວາ, ກວາງນາມ ແລະ ກວາງນິງ.
ຍສໝ - ດິນແດນກາວເຊີນ ໄດ້ຮັບຂະໜານນາມວ່າ “ຊາປາ” ຂອງແທງຮວ່າ ເພາະອຸນຫະພູມຕ່ຳກວ່າເຂດອ້ອມຂ້າງ ແລະ ມີໝອກປົກຄຸມຕະຫຼອດປີ.