ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທີມຊາດບານເຕະຍິງ
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເຊັນຂໍ້ຕົກລົງປະດັບຫຼຽນໄຊແຮງງານໃຫ້ທີມຊາດບານເຕະຍິງ, ຄູຝຶກ ແລະນັກກິລາຈໍານວນໜຶ່ງຂອງທີມຊາດທີ່ໄດ້ສ້າງຜົນງານດີເດັ່ນເພື່ອເຮັດໃຫ້ທີມຊາດບານເຕະຍິງຫວຽດນາມ ໄດ້ເຂົ້າຮ່ວມ World Cup ຄັ້ງທໍາອິດໃນ ປະຫວັດສາດ.