ສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ອັງກິດ - ຫວຽດນາມ
ຍສໝ - ທ່ານເອກອັກຄະລັດຖະທູດ ອັງກິດປະຈຳຫວຽດນາມ Gareth Edward Ward ຢືນຢັນວ່າ ທ່ານຈະສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງພາຍໃນອັງກິດ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.