ຍສໝ - ຕຳຫຼວດແຂວງວິ່ງລອງ ໄດ້ຈັດຕັ້ງປະຕິບັດຫຼາຍວິທີແກ້ໄຂຢ່າງຮອບດ້ານເພື່ອຄຸ້ມຄອງ ແລະ ຕິດຕາມກວດກາເຮືອຫາປາ, ເພີ່ມທະວີການໂຄສະນາເຜີຍແຜ່, ແກ້ໄຂການລະເມີດການຫາປາ IUU ຢ່າງເຂັ້ມງວດ, ຄ່ອຍໆຍົກສູງຄວາມຮັບຮູ້ຂອງຊາວປະມົງກ່ຽວກັບການປະຕິບັດກົດໝາຍ.
ຍສໝ - ຕອນບ່າຍວັນທີ 14 ສິງຫາ 2025, ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບກະຊວງຕຳຫຼວດລາວ ຈັດຕັ້ງການພົບປະກັບບັນດາການນຳ, ພະນັກງານ, ນັກຮົບຕຳຫຼວດ ປະຊາຊົນ ລາວ ທີ່ເຄີຍຮຽນຢູ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ (19 ສິງຫາ 1945 - 19 ສິງຫາ 2025) ແລະ 20 ປີແຫ່ງວັນບຸນທົ່ວປະຊາຊົນປົກປັກຮັກສາຄວາມປອດໄພແຫ່ງຊາດ (19 ສິງຫາ 2005 – 19 ສິງຫາ 2025).
ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ບັນດາຖະໜົນຫົນທາງທີ່ສູງຊັນ, ເບື້ອງໜຶ່ງເປັນເປີ້ນພູ, ອີກເບື້ອງໜຶ່ງເປັນເຫວເລິກຢູ່ບ້ານ ນາກ່າ, ເທດສະບານ ປາກເມົ່າ, ເມືອງ ບ່າວເລີມ, ແຂວງ ກາວບັງ, ເຄີຍເປັນບ່ອນທີ່ຫຼອກຫຼອນສຳລັບພໍ່ແມ່ພີ່ນ້ອງໃນຍາມຄ່ຳຄືນ. ແຕ່ປະຈຸບັນ, ໄຟສະຫວ່າງຈາກກິດຈະການ “ແສງສະຫວ່າງຄວາມສະຫງົບ” ຂອງຕຳຫຼວດແຂວງ ກາວບັງ ບໍ່ພຽງແຕ່ໄຕ້ໄຟສະຫວ່າງໃຫ້ແກ່ເສັ້ນທາງຢູ່ຊົນນະບົດເທົ່ານັ້ນ ຫາກຍັງໄຕ້ຄວາມຫວັງກ່ຽວກັບການດຳລົງຊີວິດທີ່ປອດໄພ ແລະ ໝັ້ນຄົງ.
ຍສໝ - ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດການຝຶກອົບຮົມ, ເຂົ້າຮ່ວມບັນດາຊຸດບຳລຸງສ້າງ, ຝຶກຊ້ອມຢູ່ພາຍໃນ ແລະ ຕ່າງປະເທດໃຫ້ນາຍຕຳຫຼວດປະຊາຊົນກວ່າ 70 ເທື່ອຄົນ
ຍສໝ - ຫວ່າງມໍ່ໆມານີ້, ຕຳຫຼວດແຂວງເຊີນລາ ແລະ ຕຳຫຼວດ 3 ແຂວງຄື: ຫຼວງພະບາງ, ຫົວພັນ ແລະ ບໍ່ແກ້ວ (ສປປ ລາວ) ໄດ້ພະຍາຍາມຫຼາຍຢ່າງ, ສືບຕໍ່ເພີ່ມທະວີການສົມທົບ, ແລກປ່ຽນຂໍ້ມູນຂ່າວສານ, ຮັບປະກັນຄວາມສະຫງົບປອດໄພ, ປ້ອງກັນຄວາມສະຫງົບທຸກດ້ານ. ຕ້ານອາດຊະຍາກຳ, ຮ່ວມມືກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການພັດທະນາໃນທຸກດ້ານ.
ຍສໝ - ກະຊວງຕຳຫຼວດ ຫວຽດນາມ ໄດ້ດຳເນີນການພົບປະກັບບັນດາຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງໃນອາຍຸການ 2023 - 2026.
ງານປະກວດດົນຕີຕຳຫຼວດບັນດາປະເທດອາຊຽນ + 2022 ແມ່ນເຫດການພິເສດນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2022) ໂດຍກະຊວງຕຳຫຼວດ ຊີ້ນຳຈັດຕັ້ງ.
ຍສໝ - ບົດປະພັນ “ເງື່ອຍເກີມລາຍ” (ຜູ້ນຳທາງ) ເປັນບົດການສະແດງທີ່ພັນລະນາໃຫ້ພົ້ນເດັ່ນພາບພົດປະທານ ໂຮ່ຈິມິນ ຢ່າງເລິກເຊິ່ງ ເຊິ່ງໄດ້ສະແດງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງໂຮງລະຄອນຕຳຫຼວດປະຊາຊົນ, ຮ່າໂນ້ຍ, ຕອນຄໍ່າວັນທີ 24 ເມສາ.
ຕອນບ່າຍວັນທີ 23/2, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໄດ້ດຳເນີນກອງປະຊຸມເຈລະຈາທາງໄກ ກັບທ່ານ Kristophe A Ray, ຜູ້ອຳນວຍການອົງການ ສືບສວນແຫ່ງສະຫະລັດອາເມລິກາ (FBI).
ຍສໝ - ວັນທີ 9 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງຕຳຫຼວດ ຄັ້ງທີ 9 ອາຍຸການ 2021-2026.
ວັນທີ 14 ກໍລະກົດ, ຕຳຫຼວດແຂວງກວ໋າງບິ່ງ ໃຫ້ຂ່າວວ່າ ຄະນະປະຕິບັດງານນຳໂດຍທ່ານພັນເອກພິເສດ ຟານດັງຕິ໊ງ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງກວ໋າງບິ່ງ ໄດ້ມອບອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກໍາລັງປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ.
ຍສໝ - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນນັກຊ່ຽວຊານຕຳຫຼວດ ຫວຽດນາມ ປະຈຳ ລາວ, ທ່ານ ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເນັ້ນໜັກວ່າ, ນັກຊ່ຽວຊານຕຳຫຼວດ ຫວຽດນາມມີຄວາມສະໜິດຕິດພັນກັບ ປະເທດລາວເໝືອນດັ່ງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ ແລະ ໄດ້ປະຊາຊົນລາວຖືເປັນຍາດຕິພີ່ນ້ອງ, ລູກຫຼານໃນຄອບຄົວ. ນີ້ກໍ່ແມ່ນການຮັບຮູ້ທີ່ມີຄວາມໝາຍທີ່ສຸດຂອງນັກຊ່ຽວຊາຍຕຳຫຼວດ ຫວຽດນາມທຸກລຸ້ນຄົນ.
ຍສໝ - ທ່ານລັດຖະມົນຕີ ໂຕເລິມ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ການຮ່ວມມືທີ່ດີລະຫວ່າງກະຊວງຕຳຫຼວດຫວຽດນາມແລະບັນດາອົງການປະຕິບັດກົດໝາຍ ສິງກະໂປສືບຕໍ່ໄດ້ຮັບການຮັກສາແລະພັດທະນາໃນທຸກຂົງເຂດ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່ວາສອງປະເທດ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຜູ້ຕາງໜ້າ ຫວຽດນາມຂອງກຸ່ມປະຕິບັດງານຂອງ ອາຊຽນກ່ຽວກັບອາດຊະຍາກຳອິນເຕີແນັດ ຢູ່ອົງການທົ່ວໂລກ ຂອງ INTERPOL ສະເໜີກ່ຽວກັບທ່າອ່ຽງອາດຊະຍາກຳໃນພາກພື້ນ ອາຊຽນ
ຍສໝ - ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຖືເປັນສໍາຄັນການເພີ່ມທະວີການຮ່ວມມືຮອບດ້ານກັບລາວ, ຖືວ່ານີ້ແມ່ນພື້ນຖານເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ, ຕໍ່ສູ້ເຮັດໃຫ້ທຸກກົນອຸບາຍທໍາລາຍມ້າງເພ, ແບ່ງແຍກນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດຖືກປະລາໄຊ...
ຍສໝ - ທ່ານ ໂຕເລິມໄດ້ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ໄດ້ຕີລາຄາສູງການຊ່ວຍເຫຼືອຂອງໝູ່ຄະນະພະນັກງານສະຖານທູດ, ພິເສດແມ່ນ ທ່ານນາງ Wendy Matthews ເອກອັກຄະລັດຖະທູດ ເຊິ່ງມີການປະກອບສ່ວນຢ່າງຕັ້ງໜ້າຫຼາຍຢ່າງໃຫ້ແກ່ການພົວພັນລະຫວ່າງສອງປະເທດ.
ຍສໝ - ທ່ານໂຕເລິນໄດ້ຕີລາຄາສູງໝາກຜົນຢ່າງຕັ້ງໜ້າທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການຂອງອົດສະຕາລີ, ພິເສດແມ່ນການຮັກສາປະຕິສິດທິຜົນຂອງ 19 ກົນໄກຮ່ວມມືສອງຝ່າຍ.