ເປີດສະຫຼອງແບບຢ່າງໂຮງຮຽນອະນຸບານສອງແຫ່ງຢູ່ຕາແສງ ຈິ້ງເຕື່ອງ ເມືອງ ບາດຊາດ (ລາວກາຍ)
ຍສໝ - ວັນທີ 19 ກຸມພາ, ແບບຢ່າງໂຮງຮຽນອະນຸບານສອງແຫ່ງຢູ່ຕາແສງ ຈິ້ງເຕື່ອງ ເມືອງ ບາດຊາດ (ລາວກາຍ) ໄດ້ເປີດສະຫຼອງຢ່າງເປັນທາງການພາຍຫຼັງຂະບວນການປັບປຸງ, ຍົກລະດັບ. ໂຄງການດັ່ງກ່າວໄດ້ຮັບການໜູນຊ່ວຍຈາກສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອຊ່ວຍແກ້ໄຂຜົນສະທ້ອນຈາກໄພທຳມະຊາດທີ່ເກີດຈາກພະຍຸເລກທີ 3 (Yagi).