ປະ­ເພ­ນີ ຕົບ​ພະ​ທາຍ ໃນ​ວັນ​ປີ​ໃໝ່​ລາວ

ປະ­ເພ­ນີ ຕົບ​ພະ​ທາຍ ໃນ​ວັນ​ປີ​ໃໝ່​ລາວ

ໃນ​ໜຶ່ງ​ປີ​ຕາມ​ຮີດ­ຄອງ​ປະ­ເພ­ນີ ຂອງ​ຊາດ​ລາວ​ເຮົາ​ທີ່​ທຸກ​ຄົນ​ບໍ່​ວ່າ ຍຸກ​ໃດ​ສະ­ໄໝ​ໃດ​ກໍ​ຈະ​ສ້າງ​ບຸນ​ສິນ​ກິນ​ທານ​ເຊິ່ງ​ນັບ​ໄດ້​ແຕ່​ຕົ້ນ​ປີ​ຍາມ ເຂົ້າ​ໃໝ່​ປາ​ມັນ​ຫລັງ​ຈາກ​ເກັບ​ກ່ຽວ ເປັນ­ຕົ້ນ​ມາ​ຕາມ​ຄວາມ​ເຊື່ອ​ຖື​ຂອງ ເຖົ້າ​ແກ່​ທີ່​ໄດ້​ສືບ​ທອດ​ກັນ​ມາ​ຍາວ ນານ, ບຸນ​ສົງ­ການ​ປີ​ໃໝ່​ລາວ​ຕາມ​ຮີດ­ຄອງ​ປະ­ເພ­ນີ​ຄົນ​ລາວ​ສ່ວນ​ຫລາຍ ມັກ​ເອີ້ນ​ວ່າ:ບຸນ­ປີ­ໃໝ່​ຫລື​ບຸນ​ຕຸດ​ສົງ­ການ ແຕ່​ຄົນ​ຈຳ­ນວນ​ຫລາຍ​ໃນ​ທຸກ​ວັນ​ນີ້​ມັກ​ເອີ້ນ​ອອກ­ສຽງ​ສຳ­ນຽງ​ວ່າ​ເປັນ​ກຸດ​ສົງ­ການ​ປີ​ໃໝ່​ລາວ, ແຕ່​ຖ້າ​ຈະ​ເວົ້າ​ໃຫ້​ຖືກ​ແທ້​ນັ້ນ​ກໍ​ຄົງ​ຈະ​ເປັນ​ວັນ​ຂຶ້ນ​ປີ​ໃໝ່​ລາວ​ນັ້ນ​ແລ້ວ.