ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ຍສໝ - ເສດຖະກິດການຕະຫຼາດບໍ່ພຽງແຕ່ແມ່ນວິທີການຈັດຕັງພື້ນຖານເສດຖະກິດທີ່ມີປະສິດທິຜົນທີ່ສຸດໃນປັດຈຸບັນຫາກຍັງແມ່ນກຳລັງໜູນ, ປັດໄຈຕັດສິນກ່ຽວກັບຮູບແບບ, ໂຄງປະກອບພັດທະນາວັດທະນະທຳ, ສັງຄົມ, ການເມືອງ… ຂອງມວນມະນຸດ. ເມື່ອຮັບຮູ້ຢ່າງຖືກຕ້ອງ ແລະ ດັດສົມຢ່າງເໝາະສົມ, ການເຄື່ອນໄຫວຂອງມັນຈະສ້າງເປັນລັກສະນະສາມັກຄີ, ການຮ່ວມມື, ກະຕຸ້ນຫົວຄິດປະດິດສ້າງ, ຄວາມເສລີດ້ານແນວຄິດ, ຄວາມຮັບຜິດຊອບຂອງປະຊາຄົມ, ການແບ່ງຜົນປະໂຫຍດຢ່າງປອດໄສ, ເໝາະສົມ… ຖ້າຫາກສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ, ເຕັມໄປດ້ວຍສີສັນໄດ້ນັ້ນ ຄວາມວັດທະນາຖາວອນ, ຄວາມຈະເລີນຮຸ່ງເຮື່ອງ, ຄວາມຜາສຸກກໍ່ຈະຕາມມາ.