ດາໜັງ ໄດ້ຮັບເງິນກ່ວາ 2,7 ຕື້ດົ່ງ ເພື່ອໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍອົງການ Catalyste+ ອຸປະຖຳ
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດາໜັງ ຫາກໍ່ໄດ້ອອກມະຕິເລກທີ 615/QD-UBND ລົງວັນທີ 28 ມີນາ 2024 ເພື່ອຮັບກ່ວາ 2,7 ຕື້ດົ່ງຈາກລາຍການໜູນຊ່ວຍກໍ່ສ້າງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໄລຍະ 2024-2026 ໂດຍອົງການຈັດຕັ້ງ Catalyste+ ອຸປະຖຳ.