ຍສໝ - ວັນທີ 7 ກຸມພາ, ຄະນະປະຈໍາຄະນະຊາວໜຸ່ມແຂວງ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ດົງທ໋າບ ໄດ້ສົມທົບກັນຈັດຕັ້ງໂຄງການພົບປະ, ແລກປ່ຽນລະຫວ່າງນັກສຶກສາ ລາວ, ກຳປູເຈຍ ກັບສະຫະພັນກຳມະບານ, ຄະນະຕິດຕໍ່ພົວພັນນັກສຶກສາ ແລະ ນັກຮຽນ, ນັກສຶກສາ ແຂວງ ດົງທ໋າບ ເນື່ອງໃນໂອກາດລະດູບານໃໝ່ປີມະເສັງ 2025.
ຍສໝ - "Festival ດອກໄມ້ປະດັບ ຊາແດກ ຄັ້ງທີ 1 ປີ 2023" ດ້ວຍຫົວຂໍ້ “ຮັກດິນ - ຮັກດອກໄມ້” ໄດ້ດຳເນີນແຕ່ວັນທີ 30 ທັນວາ 2023 ຫາ ວັນທີ 5 ມັງກອນ 2024.
ຍສໝ - ຫວ່າງມໍ່ໆມານີ້, ອົງການ The Viet Nam Scholarship Foundation (VNSF), ສະມາຄົມສົ່ງເສີມການສຶກສານະຄອນ ກາວແລ໋ງ, ສະມາຄົມສົ່ງເສີມການສຶກສາຂອງຕາແສງໝີ່ຈ່າ ໄດ້ສົມທົບກັນຈັດຕັ້ງພິທີມອບທຶນການສຶກສາ VNSF ພາກຮຽນ 1, ສົກຮຽນປີ 2023 - 2024 ຢູ່ສູນວັດທະນະທຳ - ການຮຽນຊຸມຊົນຕາແສງ ໝີ່ຈ່າ (ນະຄອນ ກາວແລ໋ງ).
ຍສໝ - ນະຄອນ ກາວແລັງ ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງ ໃນການຮ່ຳຮຽນຕະຫຼອດຊີວິດ; ມີບັນດາຍຸດທະສາດ ແລະ ແຜນການສົ່ງເສີມການຮຳ່ຮຽນຕະຫຼອດຊີວິດໃນຊຸມຊົນທ້ອງຖິ່ນ.
ຕອນບ່າຍວັນທີ 10 ພຶດສະພາ, ຢູ່ທີ່ຫ້ອງປະຊຸມຄະນະກໍາມະການປະຊາຊົນແຂວງ, ທ່ານ ດວ່ານເຕິ໊ນບືວ ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ມາຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບ.
ສຳລັບປະຊາຊົນແຂວງ ດົ່ງທາບ ແລ້ວ, ເມື່ອເກີດນ້ຳຖ້ວມໃນແຕ່ລະປີນັ້ນ ບໍ່ພຽງແຕ່ນຳເອົາສິນໃນນ້ຳມາໃຫ້ປະຊາຊົນເທົ່ານັ້ນ ຫາກດິນສັນດອນກໍ່ຍັງໄຫລເຂົ້າມາທົ່ງນາອີກດ້ວຍ. ປີນີ້ ນ້ຳໄຫລມາບໍ່ແຮງ ແລະ ຊ້າກວ່າເມື່ອທຽບໃສ່ຫລາຍປີຜ່ານມາ ສະນັ້ນ ຊາວກະສິກອນຫລາຍຄົນບໍ່ມີລາຍຮັບ. ແຕ່ກໍ່ມີ ປະຊາຊົນຫລາຍຄົນຢູ່ທີ່ນີ້ ໄດ້ມີຄວາມເປັນເຈົ້າການໃນການຮັບມື ແລະ ຫັນປ່ຽນຮູບແບບການລ້ຽງປູກໃຫ້ເໝາະສົມກັບການປ່ຽນແປງຂອງແຫລ່ງນ້ຳ, ປູກເຂົ້າສົມທົບກັບການລ້ຽງປູກສິນໃນນ້ຳ ນຳມາເຊິ່ງມູນຄ່າເສດຖະກິດສູງ.
ສະມາຄົມຊາວກະສິກອນເຊິ່ງແມ່ນຮູບແບບທີ່ເປັນເອກະລັກຂອງດິນແດນດອກບົວດົ່ງທາບເຊິ່ງແມ່ນບ່ອນຊາວກະສິກອນຫຼາຍຄົນພ້ອມກັນມີແນວຄວາມຄິດຮ່ວມ, ມີທິດທາງອັນດຽວກັນພ້ອມກັນປຶກສາຫາລືຍົກອອກບັນດາວິທີການແກ້ໄຂເພື່ອພ້ອມກັນກໍ່ສ້າງແລະພັດທະນາບ້ານເກີດເມືອງນອນ. ຈາກນັ້ນບັນດາຜະລິດຕະພັນຂອງດົ່ງທາບໄດ້ຖືກນຳໄປເຖິງເພື່ອນມິດທັງຢູ່ພາຍໃນແລະສາກົນ.
ຫໍພິພິທະພັນດົງທາບຕັ້ງຢູ່ເຮືອນເລກທີ 226 ຖະໜົນ ຫງວຽນທ້າຍຫອກ ຕາແສງ 4 , ນະຄອນກາວແລ້ງ. ດ້ວຍສະຖາປັດຕະຍະກຳຝ່າຍຕາອອກ-ຕາເວັນຕົກ, ວັດຖຸພັນວາງສະແດງທີ່ອຸດົມສົມບູນ, ທັດສະນີຍະພາບທີ່ງົດງາມດ້ວຍຮົ່ມເຢັນຂອງແຖວຕົ້ນໄມ້ຂຽວ, ທາງໜ້າຂອງ ຫໍພິພິທະພັນດົງທາບມຸ່ງໄປສູ່ແມ່ນ້ຳກາວແລ້ງ, ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ