ປຸກລຸກກຳລັງແຮງເຄື່ອງໝາຍການຄ້າແຫ່ງຊາດ

ປຸກລຸກກຳລັງແຮງເຄື່ອງໝາຍການຄ້າແຫ່ງຊາດ

ຍສໝ - ຕາມ​ Brand Finance, ຄູນຄ່າເຄື່ອງໝາຍການຄ້າ (​ຍີ່​ຫໍ້​) ຂອງ​ຫວຽດນາມ ​ໃນ​ປີ 2024 ຈບັນລຸ 507 ຕື້ USD, ຢືນຢູ່​ອັນ​ດັບ​ທີ 32 ​ໃນ​ຈຳນວນ 193 ປະ​ເທດທີ່ໄດ້​ຕີ​ລາຄາ, ​ເພີ່ມຂັ້ນໜຶ່ງ​ກ່ຽວກັບອັນ​ດັບ ແລະ ເພີ່ມ 2% ​ກ່ຽວກັບຄູນ​ຄ່າ​ເມື່ອ​ທຽບ​ໃສ່​ປີ 2023. ບັນດາ​ຕົວເລກຊີ້ບອກທີ່ໜ້າ​ປະ​ທັບ​ໃຈດັ່ງກ່າວ​ໄດ້​ມາ​ຈາກ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ ໃນ​ການ​ປະຕິ​ຮູບສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຍູ້ແຮງການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ໜູນ​ຊ່ວຍການ​ພັດ​ທະ​ນາ​ຍີ່​ຫໍ້​ຜະ​ລິດ​ຕະ​ພັນ ແລະ ຄວາມຕັດສິນໃຈຂອງ​ວິ​ສາ​ຫະ​ກິດ.