ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha.
ຍສໝ-ໃນວັນທີ 4 ກໍລະກົດ, ຢູ່ວິຫານ Masjid Jamiul Muslimin, ເມືອງ ຟູ໋ຍ້ວນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ທີ່ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະເພື່ອອວຍພອນຄະນະຜູ້ແທນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ, ຜູ້ມີສໍາມະນະສັກ, ຜູ້ມີຖານະຕຳແໜ່ງຂອງປະຊາຄົມຊາວມຸດສະລິມ ເນື່ອງໃນໂອກາດ ງານບຸນໃຫຍ່ Raya Idil Adha (ປະຕິທິນອິດສະລາມ 1443 - ປະຕິທິນສຸລິຍະ 2022).