ຍູ້ແຮງການໂຄສະນາ, ຂົນຂວາຍ, ໜູນຊ່ວຍຊາວກະສິກອນພັດທະນາເສດຖະກິດ, ສ້າງຊົນນະບົດໃໝ່
ຕອນບ່າຍວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດພິທີລົງນາມໃນໂຄງການສົມທົບກ່ຽວກັບການ “ຍູ້ແຮງວຽກງານໂຄສະນາ, ຂົນຂວາຍ, ໜູນຊ່ວຍຊາວກະສິກອນພັດທະນາເສດຖະກິດເຂດຊົນນະບົດ, ສ້າງຊົນນະບົດໃໝ່ ຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ໄລຍະ 2021 – 2025”.