ຍສໝ - ປະຕິບັດຕາມມະຕິສະບັບເລກທີ 75/2025/NQ-HĐND ຂອງສະພາປະຊາຊົນແຂວງ ກ່ຽວກັບນໂຍບາຍຊ່ວຍເຫຼືອໃນການອະນຸລັກ, ເສີມຂະຫຍາຍພາສາຊົນເຜົ່າສ່ວນໜ້ອຍ ໄລຍະ 2025 - 2030, ບັນດາທ້ອງຖິ່ນ ແລະ ຮາກຖານການສຶກສາໃນທົ່ວແຂວງ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາຫ້ອງຮຽນຖ່າຍທອດພາສາຊົນເຜົ່າ, ປະກອບສ່ວນຮັກສາເອກະລັກວັດທະນະທຳ ແລະ ຍົກສູງປະສິດທິຜົນການສຶກສາ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າ.
ຍສໝ - ວັນທີ 3 ທັນວາ, ລາຍການໂອ້ລົມສົນທະນາແມ່ຍິງການນຳ 2024 ຖືກຈັດຕັ້ງໂດຍອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບທາງເພດ ແລະ ການມອບສິດໃຫ້ແມ່ຍິງ (UN Women) ດ້ວຍຫົວຂໍ້ “ເລື່ອງສົ່ງແຮງບັນດານໃຈ- ຈາກຄວາມຝັນສູ່ຄວາມສຳເລັດຜົນ” ໄດ້ດຳເນີນຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ).
ຍສໝ - ຫວ່າງມໍ່ໆມານີ້, ຄະນະກຳມະການປະຊາຊົນເມືອງ ເຕິນເຊີນ, ແຂວງ ຝູເທາະ ໄດ້ຈັດຕັ້ງພິທີປະກາດ ແລະ ມອບມະຕິຕົກລົງນຳ “ອາຊີບຫັດຖະກຳພື້ນເມືອງ - ອາຊີບຕ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າ ເມື່ອງ ຢູ່ຕາແສງ ກິມເທື້ອງ ແລະ ຕາແສງ ຊວນດາຍ” ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ຮັບຮອງບັນດາແຫຼ່ງທ່ອງທ່ຽວຢູ່ຕາແສງ ຊວນດາຍ ແລະ ເປີດງານບຸນວັດທະນະທຳ ແລະ ກິລາຂອງເມືອງ ປີ 2024.
ຍສໝ - ຊາຍແດນ ຫວຽດນາມ - ລາວ ບໍ່ພຽງແຕ່ແມ່ນເຂດແດນທາງພູມສາດເທົ່ານັ້ນ, ຫາກຍັງເປັນພື້ນທີ່ປະສົມປະສານວັດທະນະທຳພິເສດລະຫວ່າງບັນດາຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນອີກດ້ວຍ. ຜ່ານຫຼາຍຮ້ອຍປີ, ບັນດາຊຸມຊົນຢູ່ທີ່ນີ້ໄດ້ແບ່ງປັນບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ເຊີດຊູສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຈຸດປະກາຍແຈ້ງສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງສອງຊາດອ້າຍນ້ອງ ຫວຽດນາມ - ລາວ.
ຍສໝ - ວັນທີ 16 ກໍລະກົດ, ຄະນະກໍາມະການປະຊາຊົນແຂວງ ກວາງຈີ້ ໄດ້ອອກຂໍ້ຕົກລົງສະບັບເລກທີ 1728/QD-UBND ອະນຸມັດຜ່ານໂຄງການໜູນຊ່ວຍການກໍ່ສ້າງຫ້ອງນໍ້າໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢູ່ແຂວງ ກວາງຈີ້ ທີ່ໄດ້ຮັບອຸປະຖຳຈາກອົງການ The DOVE Fund, ດ້ວຍຍອດຈຳນວນທຶນ 30.190 USD, ເທົ່າກັບ 700 ລ້ານດົ່ງ.
ຍສໝ - ດ້ວຍທິດນຳ “ໃຫ້ຄັນເບັດດີກວ່າໃຫ້ປາ”, ບັນດາທ້ອງຖິ່ນທີ່ມີຊາວເຜົ່າ ຂະແມ ດຳລົງຊີວິດເປັນຈຳນວນຫຼວງຫຼາຍໄດ້ຫັນເປັນລະອຽດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ. ຈາກນັ້ນ, ໄດ້ເປີດໂອກາດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຖືກຕ້ອງຕາມກົດໝາຍຂອງຊາວ ຂະແມ ໃນບໍລິເວນ.
ຍສໝ - ໂດຍຫ່າງຈາກເທດສະບານ ຫງວ່ຽນບິ່ງ (ເມືອງ ຫງວ່ຽນບິ່ງ, ແຂວງ ກາວບັງ) ປະມານ 20 ກິໂລແມັດ, ໝູ່ບ້ານ ຮວ່າຍຂ່າວ (ຕາແສງ ກວາງແທ່ງ, ເມືອງ ຫງວ່ຽນບິ່ງ) ຕັ້ງຢູ່ໃນຮ່ອມພູ. ຢູ່ທີ່ນີ້, ພີ່ນ້ອງຊົນເຜົ່າ ຢ້າວຕຽນ ຍັງຄົງຮັກສາສິລະປະທີ່ເປັນເອກະລັກສະເພາະຂອງການພິມລວດລາຍດ້ວຍຂີ້ເຜິ້ງ.
ຍສໝ - ວັນທີ 27 ຕຸລາ, ຄະນະຊາວໜຸ່ມແຂວງ ກວາງນາມ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ, ກອງທຶນທຶນການສຶກສາ ວື່ອາຢີ່ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ, ເຂດທະເລ, ເຂດທະເລໝູ່ເກາະ ແຂວງກວາງນາມ.
ຍສໝ - ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີ 4 ຂໍ້ສະເພາະສຳລັບເຂດຊາວຊົນເຜົ່າສ່ວນໜ້ອຍ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດແລ້ວ, ບັນດານະໂຍບາຍກ່ຽວກັບຊາວຊົນເຜົ່າສ່ວນໜ້ອຍໃນກົດໝາຍຍັງບໍ່ທັນສະແດງອອກເຖິງຫຼັກການໄດ້ເທື່ອ “... ມີທີ່ດິນເພື່ອຜະລິດ, ດຳເນີນທຸລະກິດ, ຮັບປະກັນການດຳລົງຊີວິດ” ໃຫ້ຊາວຊົນເຜົ່າສ່ວນໜ້ອຍ.
Dự thảo Luật Đất đai (sửa đổi) có 4 điều khoản quy định riêng cho vùng đồng bào dân tộc thiểu số. Tuy nhiên, theo Phó Chủ tịch Hội đồng Dân tộc Quốc hội, các chính sách đối với dân tộc thiểu số trong các điều luật chưa thể hiện được nguyên tắc “…có đất để sản xuất, kinh doanh, đảm bảo sinh kế” cho đồng bào dân tộc thiểu số.
ຍສໝ - ຈາກນະຄອນ ກາວບັງ ໄປຫາ ບ໊າວລາກ ຕ້ອງໃຊ້ເວລາເຄິ່ງມື້ (150 ກິໂລແມັດ).
ເຄືອຂ່າຍສາທາລະນະສຸກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງຫວຽດນາມ ໄດ້ພັດທະນາພໍສົມຄວນ ສະນັ້ນພໍ່ແມ່ປະຊາຊົນບັນດາເຂດຊົນເຜົ່າສ່ວນໜ້ອຍ ຍິ່ງນັບມື້ນັບມີໂອກາດໄດ້ສຳຜັດກັບການບໍລິການເບິ່ງແຍງດູແລດ້ານສຸຂະພາບໂດຍພື້ນຖານ.
ຕອນບ່າຍວັນທີ 7 ກັນຍາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງຂອງຄະນະປະຈໍາສະພາຊົນເຜົ່າ ເພື່ອສືບສວນເບື້ອງຕົ້ນບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍໄລຍະ 2021-2030.
ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຫາກໍ່ມີເອກະສານແນະນໍາປະຕິບັດການໜູນຊ່ວຍຟື້ນຟູງານບຸນປະເພນີບັນດາຊົນເຜົ່າສ່ວນໜ້ອຍ ສັງກັດໂຄງການເປົ້າໝາຍພັດທະນາວັດທະນະທໍາ ປີ 2020.
ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ພົບປະກັບຄະນະຜູ້ແທນນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ ເນື່ອງໃນໂອກາດມາເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍປີ 2019.