Papelucho - ຮູບ​ສັນ​ຍາ​ລັກ​ວັນ​ນະ​ຄະ​ດີ​ຂອງ​ເດັກ​ນ້ອຍ ​ຈີ​ເລ ມາ​ເຖິງ​ຜູ້​ອ່ານ​ຫວຽດ​ນາມ

Papelucho - ຮູບ​ສັນ​ຍາ​ລັກ​ວັນ​ນະ​ຄະ​ດີ​ຂອງ​ເດັກ​ນ້ອຍ ​ຈີ​ເລ ມາ​ເຖິງ​ຜູ້​ອ່ານ​ຫວຽດ​ນາມ

ຍສໝ - ວັນ​ທີ 24 ມິຖຸນາ​ນີ້, ຢູ່​ຮ່າ​ໂນ້ຍ, ສໍານັກພິມການ​ສຶກສາ​ຫວຽດນາມ ​​ສົມທົບ​ກັບ​ສະຖານທູດ ​ຈີ​ເລ ປະຈຳ​ຫວຽດນາມ ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ຊຸດເລື່ອງເດັກນ້ອຍ"Papelucho" ​ໃຫ້​ແກ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ​ເຫດການ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ຫຼັງ​ຈາກ​ຄວາມ​ສໍາ​ເລັດ​ຂອງ​ການ​ເປີດ​ຕົວ​ການ​ແປ​ພາ​ສາ​ຄັ້ງ​ທໍາ​ອິດ​ໃນ​ເດືອນ​ທັນ​ວາ 2024​.