ອີ-ສະປອດ ລາວ ສົ່ງທີມຮ່ວມແຂ່ງຂັນຊີງແຊັມອາຊຽນ
ສະຫະພັນກີລາອີ-ສະປອດແຫ່ງຊາດລາວສົ່ງທີມ WAWA Gaming King (ຈອມລາຊາ) ຕົວແທນລາວ ປະເພດເກມ Mobile Legends ເຂົ້າຮ່ວມການແຂ່ງຂັນກີລາອີ-ສະປອດ ຊີງແຊັມອາຊຽນປະຈຳປີ 2019 (MSC 2019) ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນ ເປັນເຈົ້າພາບໃນອາທິດນີ້.