ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ
ຍສໝ - ຊື່ຂອງປະເທດຊາດຫວຽດນາມ, ຊື່ປະເທດພວກເຮົາຕິດພັນກັບຄຳຂວັນ ເອກະລາດ - ອິດສະລະພາບ - ຄວາມຜາສຸກ. ຄຳຂວັນໄດ້ສະແດງໃຫ້ເຫັນເຖິງລະບົບຄຸນຄ່າ, ເປົ້າໝາຍອັນສູງສຸດ ແລະຍືນຍົງຂອງພີ່ນ້ອງຮ່ວມຊາດຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນເສັ້ນທາງ, ແມ່ນກຳລັງໜູນ, ແມ່ນຮາກຖານພື້ນຖານທີ່ສຸດ ເພື່ອນຳປະເທດຊາດພວກເຮົາໄປສູ່ຄວາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ.