ຮອງນາຍົກ ເນັ້ນຕິດຕາມການປະຕິບັດລາຍຮັບ-ຊຸກຍູ້ຫົວໜ່ວຍທຸລະກິດ

ຮອງນາຍົກ ເນັ້ນຕິດຕາມການປະຕິບັດລາຍຮັບ-ຊຸກຍູ້ຫົວໜ່ວຍທຸລະກິດ

ກອງ​ປະ­ຊຸມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ແຫ່ງ​ລັດ ຂອງ​ຂະ­ແໜງ​ສ່ວຍ​ສາ​ອາ­ກອນ ແລະ ບາງ​ວຽກ​ຈຸດ​ສຸມ​ໃນ 5 ເດືອນ​ທ້າຍ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 14 ສິງ­ຫາ 2019 ທີ່​ກົມ​ສ່ວຍ​ສາ​ອາ­ກອນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະຄອນ­ຫຼວງ​ວຽງ​ຈັນ ທ່ານ ພູ​ທະ­ນູ​ເພັດ ໄຊ​ສົມ­ບັດ ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ທ່ານ​ຫົວ­ໜ້າ​ສ່ວຍ​ສາ​ອາ­ກອນ​ນະ­ຄອນ­ຫຼວງ ບັນດາ​ຫົວ­ໜ້າ-ຮອງ​ຫົວ­ໜ້າ​ສ່ວຍ​ສາ​ອາ­ກອນ ປະ­ຈຳ 9 ຕົວ​ເມືອງ ພ້ອມ​ດ້ວຍ​ພະ­ນັກ­ງານ​ຫຼັກ​ແຫຼ່ງ​ສ່ວຍ​ສາ​ອາ­ກອນ​ເຂົ້າ​ຮ່ວມ.