ຍສໝ - ວັນທີ 10 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ພ້ອມດ້ວຍຄະນະວຽກງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ເພື່ອຊອກຫາກ່ຽວກັບສະພາບຊຸມຊົນ, ວຽກງານການສອນ-ການຮຽນພາສາຫວຽດນາມ, ພ້ອມກັນນັ້ນ ຮັບຟັງຄວາມຄິດຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ສືບຕໍ່ເປີດກ້ວາງ, ເພີ່ມທະວີການຮ່ວມມືລະຫວ່າງສອງແຂວງ; ຍູ້ແຮງການໂຄສະນາ, ສຶກສາພະນັກງານ, ປະຊາຊົນ, ພິເສດແມ່ນຊາວໜຸ່ມ, ເຍົາວະຊົນ ກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່...
ກອງປະຊຸມພົບປະລະຫວ່າງຄະນະນຳແຂວງຈໍາປາສັກ ກັບບັນດານັກທຸລະກິດຫວຽດນາມ ທີ່ດໍາເນີນທຸລະກິດຢູ່ແຂວງຈຳປາສັກ ໄດ້ມີຂຶ້ນຫວ່າງແລ້ວນີ້ທີ່ຫ້ອງວ່າການແຂວງຈໍາປາສັກ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ບຸ່ຍເຖຢູງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ພາກໃຕ້ລາວ, ມີ ທ່ານຮອງເຈົ້າແຂວງ, ບັນດາພະແນກການກ່ຽວຂ້ອງ, ສະມາຄົມຫວຽດນາມ, ພ້ອມດ້ວຍບັນດານັກທຸລະກິດຫວຽດນາມ ເຂົ້າຮ່ວມ.
ນັກທຸລະກິດ ແລະສະມາຄົມຫວຽດນາມ ແຂວງຈໍາປາສັກ ມອບຕຽງນອນປິ່ນປົວ 530 ໜ່ວຍ ແລະ ເສື່ອນອນ 300 ຜືນ, ລວມມູນຄ່າ 400.000.000 ກີບ. ໃຫ້ອົງການປົກຄອງແຂວງຈໍາປາສັກ ເພື່ອປະກອບສ່ວນເຂົ້າໃສ່ໂຮງໝໍພາກສະໜາມ, ສູນປິ່ນປົວພະຍາດໂຄວິດ-19 ຂອງແຂວງຈຳປາສັກ.
ໃນວັນທີ 24 ເມາສາ 2021, ທີ່ຫ້ອງປະຕິບັດງານ ເຫດການສຸກເສີນ ດ້ານສາທາລະນະສຸກ ພະແນກສາທາລະນະສຸກ ແຂວງຈຳປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະ ຈຳການ-ຫົວໜ້າ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ.
ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາ ທ່ານ ສະຫາຍ ຄະນະປະຈຳພັກ ແຂວງຈຳປາສັກ ເຂົ້າຮ່ວມ.
ເພື່ອຍົກລະດັບການສະກັດກັ້ນ ການລະບາດຂອງພະຍາດ ແລະ ຫຼຸດຄວາມສ່ຽງຈາກການອະນຸຍາດ ໃຫ້ລົດຂົນສົ່ງສິນຄ້າຜ່ານດ່ານສາກົນເຂົ້າມາແຂວງຈຳປາສັກ.
ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020).
ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫລວດ ພາຍຫລັງ ທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫລວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ.
ໃນໂອກາດກ່າວຮັບ ຊຸດອຸປະກອນເຄື່ອງຄອມພິວເຕີດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ ພ້ອມຄະນະ ໄດ້ກ່າວຂອບໃຈ ຕໍ່ກຸ່ມນັກລົງທຶນ ສ.ເກົາຫລີ ທີ່ໄດ້ປະກອບສ່ວນເຂົ້າ ໃນການຊຸກຍູ້ ພັດທະນາວຽກງານ ຂອງແຂວງຈຳປາສັກ.
ໃນຕອນເຊົ້າຂອງວັນທີ 31 ສິງຫາ 2020 ນີ້, ຄະນະພັກ ອົງການປົກຄອງ ແຂວງຈຳປາສັກ, ນຳໂດຍ ທ່ານ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ບຸ່ຍເຖຢຸ໋ງ ກົງສຸນໃຫ່ຍ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ ທີ່ນະຄອນປາກເຊໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).
ຍສໝ - ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ.
ໃນລະຫວ່າງວັນທີ 26 - 27 ຕຸລານີ້, ສະຫາຍ ພົນຕີ ປອ ວົງ ຄຳ ພົມມະກອນ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນ ຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຕາງ ໜ້າໃຫ້ກະຊວງປ້ອງກັນປະເທດໄດ້ສືບຕໍ່ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ ແຂວງຈໍາປາສັກ ແລະ ແຂວງ ສາລະວັນ.
ລະຫວ່າງວັນທີ 24-28 ເມສາທີ່ຈະມາເຖິງນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບອຳນາດການປົກຄອງແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫະກຳຊັບສິນທາງປັນຍາ ຄັ້ງທີ 5 ຂຶ້ນຢູ່ທີ່ຕະຫຼາດສູນການຄ້າ (ຊັ້ນ3) ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ຄຳຂວັນ "ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງ" ແລະ ຈະຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 19 ປີ, ໃນວັນທີ 26 ເມສາ ພາຍໃຕ້ຄຳ ຂວັນ "ຊັບສິນທາງປັນຍາແລະກິລາ: ກ້າວຂຶ້ນສູ່ຫຼຽນຄຳ".
ສະຫາຍ ນາງ ອີເມີ້ຍ ຮອງເລຂາ,ຜູ້ປະຈຳການພັກແຂວງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ໄດ້ເດີນທາງມາອວຍພອນການນຳແຂວງຈໍາປາສັກ ໃນໂອກາດບຸນປີໃໝ່ລາວ ພສ 2562 ໃຫ້ກຽດຕ້ອນຮັບການອວຍພອນຄັ້ງນີ້ໂດຍ ສະຫາຍ ປອ ບຸນຖອງ ດີວິໄຊ ກຳມະການສູນກສງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ,ສະຫາຍເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ພິທີຈັດຂຶ້ນທີ້ຫ້ອງວ່າການແຂວງ ໃນວັນທີ 4 ເມສາ 2019.