ຫວຽດນາມ ເຂົ້າຮ່ວມງານວາງສະແດງການບິນສິງກະໂປ 2026
ຍສໝ - ໂດຍໄດ້ຮັບຄຳເຊີນຈາກກະຊວງປ້ອງກັນປະເທດສິງກະໂປ, ຄະນະຜູ້ແທນຈາກກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໋ຽນ, ກຳມະການປະຈຳຄະນະກຳມະການທະຫານສູນກາງ ແລະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ, ໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປ (Singapore Airshow) ທີ່ສິງກະໂປ.