ອັງກິດ ປະທັບໃຈຕໍ່ຄຳໝັ້ນສັນຍາຂອງຫວຽດນາມ ໃນ COP26
ຍສໝ - ທ່ານເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ Gareth Ward ໄດ້ມີຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຢ່າງແຮງຂອງ ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາຂອບຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26).