ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ
ຍສໝ - ທ່ານ ເຈຶ່ອງກວ່າງຫວ່າຍນາມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດຂອງ ອີຢິບ ຢູ່ພາກພື້ນຕາເວັນອອກກາງ - ອາຟຣິກາ. ດ້ວຍຈຳນວນພົນລະເມືອງກວ່າ 100 ລ້ານຄົນ, ອີຢິບ ແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງຂອງຫວຽດນາມ.