ຍສໝ - ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງ່ວັນເກື່ອງ ໃຫ້ຮູ້ວ່າ, ລາຍການທີ່ຕ້ອນຮັບສອງຄອບຄົວພະນັກງານຄະນະຊາວໜຸ່ມສູນກາງລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍຢ່າງເປັນປະຈຳ ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງອົງການຄະນະຊາວໜຸ່ມ ກັບພະນັກງານຄະນະຊາວໜຸ່ມທົ່ວປະເທດ.
ຍສໝ - ໃນຂອບເຂດການເຄື່ອນໄຫວຢູ່ລາວ, ຄະນະປະຕິບັດງານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມແຂວງ ຜົ້ງສາລີ; ສະບາຍດີມະນຸດສຳພັນ ແລະ ອວຍພອນບຸນປີໃໝ່ປະເພນີ ລາວ ໃຫ້ແກ່ການນຳແຂວງ ຜົ້ງສາລີ. ໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ເຖິງໄວໜຸ່ມແຂວງ ຜົ້ງສາລີ.
ຍສໝ - ຮອດທ້າຍປີ 2022, ຄະນະສູນກາງ ຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຝຶກອົບຮົມພະນັກງານທຸກຂັ້ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 1147 ຄົນ. ບັນດານັກສຶກສາໄດ້ກາຍເປັນຂົວຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງອົງການຊາວໜຸ່ມເວົ້າສະເພາະ ແລະ ຂອງປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ເວົ້າລວມ.
ຍສໝ - ໃນວັນທີ 9 ກໍລະກົດ, ຢູ່ນະຄອນດານັງ, ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຮັບຜົນກະທົບຈາກໂລກລະບາດ ໄດ້ມາຊື້ສະບຽງອາຫານ ຢູ່ຮ້ານສັບພະສິນຄ້າ mini 0 ດົ່ງ” ທີ່ຈັດໂດຍຄະນະຊາວໜຸ່ມນະຄອນດານັງ ສົມທົບກັບສະຫະພັນແມ່ຍິງນະຄອນດານັງ ແລະ PNJ ເຂດພາກກາງ.
“ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາລະຫວ່າງ ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ກັບ ໄວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 16 ມີນາ.
ຍສໝ - ໃນວັນທີ 24 ມີນາ, ຄະນະຊາວໜຸ່ມບັນດາແຂວງ, ນະຄອນ ໄດ້ຈັດຕັ້ງງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 90 ປີ (26/03/1931 – 26/03/2021), ຫວນຄືນມູນເຊື້ອອັນສະຫງ່າລາສີຂອງ 90 ປີ ແຫ່ງການກໍ່ສ້າງ, ເຕີບໃຫຍ່ ແລະ ອຸທິດສ່ວນແກ່ພາລະກິດປະຕິວັດຂອງຊາດ.
ຄ້າຍພັກແລ້ງປີ 2021 ໂດຍມີການເຂົ້າຮ່ວມຂອງສະມາຊິກເຍົາວະຊົນ, ອະນຸຊົນ 132 ຄົນ.