ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ ເອກະສານສຳຄັນຂອງຊາດ ແລະ ສາກົນ
ໃນວັນທີ 27 ສິງຫາ 2019, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະ ກະຖາເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ແລະ ສາກົນ ແກ່ຄະນະພັກ, ຄະນະກົມ ພ້ອມດວ້ຍພະນັກງານ-ລັດຖະກອນ ຄື: ວັນຢຶດອຳນາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 74 ປີ ແລະ ວັນຢຶດອຳນາດ ທົ່ວປະເທດໃນເດືອນ 23 ສິງຫາ ປີ 1975 ຄົບຮອບ 44 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ, ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ, ວັນເກີດ ທ່ານ ຟີແດນ ກາສໂຕຣ ຣຸດສ ຄົບຮອບ 93 ປີ, ດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ຄຳແນະນຳຂອງກະຊວງພາຍໃນ ກ່ຽວກັບການຈັດຕັ້ງ ປະຕິບັດດຳລັດ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ.