ຍສໝ - ວັນທີ 3 ກຸມພາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຮັບປະກັນຊີວິດສັງຄົມໃນຊ່ວງເວລາບຸນປີໃໝ່ປະຈຳຊາດ ປີມະເສັງ 2025. ຕາມນັ້ນແລ້ວ, ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ໄດ້ຮັບການໜູນຊ່ວຍ, ມອບຂອງຂວັນ ດ້ວຍມູນຄ່າກວ່າ 786 ຕື້ດົ່ງ.
ຍສໝ - ສະຫະພັນບັນດາອົງການມິດຕະພາບແຂວງ ຈ່າວິງ ສົມທົບກັບອົງການ Tzu Chi (ໄຕ້ຫວັນ, ຈີນ) ແລະ ຄະນະກຳມະການປະຊາຊົນເມືອງ ຈ່າວິງ ໄດ້ຈັດຕັ້ງລາຍການມອບຂອງຂວັນປີໃໝ່ປະຈຳຊາດ ປີມະເສັງ ໃຫ້ແກ່ບັນດາຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ຫງາຍຊວຽນ, ເຕີນເຊີນ ແລະ ຮ່າມຢາງ.
ຍສໝ - ຫວ່າງມໍ່ໆນີ້ ອົງການຊ່ວຍເຫຼືອເດັກນ້ອຍສາກົນ ປະຈຳ ຫວຽດນາມ (Save the Children) ໄດ້ອຸປະຖຳໂຄງການເຄື່ອງບັນເທົາທຸກໃຫ້ບັນດາທ້ອງຖິ່ນທີ່ປະສົບໄພທຳມະຊາດ, ຄອບຄົວທຸກຍາກ, ມີສະພາບການຫຍຸ້ງຍາກ ແລະ ນັກຮຽນທຸກຍາກແຂວງ ກວາງບິ່ງ ດ້ວຍຈຳນວນເງິນກວ່າ 800 ລ້ານດົ່ງ.
ຍສໝ - ວັນທີ 24 ພະຈິກ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຊອກຈັງ ໄດ້ສົມທົບກັບບໍລິສັດຫວຍສ້າງສາ ຊອກຈັງ ຈຳກັດຜູ້ດຽວ ຈັດຕັ້ງພິທີມອບ - ຮັບເຮືອນມະຫາສາມັກຄີ 120 ຫຼັງໃຫ້ບັນດາຄອບຄົວທຸກຍາກໃນບໍລິເວນແຂວງ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ຝູອຽນ ຫາກໍ່ໄດ້ອະນຸມັດຜ່ານການຊ່ວຍເຫຼືອເຄື່ອງກອງນ້ຳ 500 ເຄື່ອງ (ແບບ Sawyer mini, ຜະລິດຢູ່ອາເມລິກາ) ໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວທີ່ດ້ອຍໂອກາດຢູ່ແຂວງ ຟູອຽນ ໂດຍອົງການຄືນຄາວເຍົາໄວ (ອາເມລິກາ) ມີມູນຄ່າ 25.000 USD, ເທົ່າກັບ 575 ລ້ານດົ່ງ.