ຍສໝ - ໃນບັນດາວາລະການຕ້ອນຮັບ ຄະນະປະຕິບັດງານຄະນະກຳມະການປ້ອງກັນຊາດ ແລະ ກອງກຳລັງປະກອບອາວຸດ ຂອງສະພາຕ່ຳຝຣັ່ງ ໃນວັນທີ 2 ມິຖຸນາ, ຄະນະນຳສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ບັນດາຂົງເຂດຍຸດທະສາດ ແລະ ນຳເອົາວຽກງານການປ້ອງກັນຊາດ - ຄວາມໝັ້ນຄົງ ກາຍເປັນເສົາຄ້ຳອັນສຳຄັນ ພາຍໃນສາຍພົວພັນສອງຝ່າຍ.
ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ
ຍສໝ - ໂດຍໄດ້ຮັບຄໍາເຊີນຂອງລັດຖະມົນຕີຕ່າງປະເທດ ແລະການຮ່ວມມືສາກົນ ກໍາປູເຈຍ Prak Sokhonn, ລະຫວ່າງວັນທີ 16-17 ກຸມພາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ (AMMR) ທີ່ໄດ້ດຳເນີນຕາມຮູບການໂດຍກົງ ແລະ ທາງໄກ ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ.
ວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເປັນປະທານ ໃນວັນທີ 19 ເມສາ ຈະມາເຖິງນີ້ແມ່ນເຫດການສໍາຄັນພິເສດເຊິ່ງຫວຽດນາມ ເປັນປະທານຈັດຕັ້ງໃນຖານະເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021.
ຍສໝ - ທ່ານ Igor Driesmans ເອກອັກຄະລັດຖະທູດ ເອີລົບ (EU ) ປະຈຳອາຊຽນ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ EU ມີຄວາມປາດຖະໜາຢາກໃຫ້ ອາຊຽນ ແລະ ຈີນປະຕິບັດສຳເລັດ ບັນດາການເຈລະຈາຢ່າງກະຈ່າງແຈ້ງກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ ທະເລຕາເວັນອອກຢ່າງມີປະສິດທິຜົນ, ແທດຈິງ ແລະ ມີຄວາມຜູກມັດດ້ານນິຕິກຳ.
ຍສໝ - ໃນວັນທີ 26 ພະຈິກ 2019, ທີ່ສໍານັກງານຕໍາຫຼວດແຂວງເຊີນລາ ສສ ຫວຽດນາມ, ໄດ້ດໍາເນີນກອງປະຊຸມແລກປ່ຽນສະພາບການ, ວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ ປີ 2019 ລະຫວ່າງຕໍາຫຼວດແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ, ແຂວງບໍ່ແກ້ວ.
ຍສໝ - ໃນຕອນເຊົ້າຂອງວັນທີ 21 ຕຸລາ 2019, ເວທີປາໄສ ແຊງຊາງ ປັກກິ່ງ ຄັ້ງທີ 9 ດ້ວຍຫົວຂໍ້ “ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະຊຸກຍູ້ສັນຕິພາບຢູ່ອາຊີ-ປາຊີຟິກ” ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ປັກກິ່ງ, ສປ ຈີນ.
ຍສໝ - ວັນທີ 10 ກັນຍາ 2019, ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ, ໄດ້ຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ລາຊະອານາຈັກ ລຸກຊຳບວກ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ (EU).
ຍສໝ - ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2019, ທີ່ ບາງກອກ, ປະເທດໄທ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 13 ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ.
ເມື່ອເວົ້າເຖິງການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຢູ່ໃນກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີVIII ໄວ້ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຫັນແຜນຍຸດທະສາດພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດເປັນໂຄງການລະດັບຊາດຄື: ໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂຄງການສົ່ງເສີມຜະລິດເປັນສິນຄ້າ.
ຍສໝ - ກອງປະຊຸມປີນີ້ແມ່ນສຸມໃສ່ກ່ຽວກັບບັນດາສິ່ງທ້າທາຍ ແລະ ໄພນາບຂູ່ດ້ານຄວາມໝັ້ນຄົງໃນປັດຈຸບັນໃນທົ່ວໂລກ ແລະ ພາພື້ນ...