ເມື່ອທ້າຍອາທິດຜ່ານມານີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທັງເປັນປະທານຄະນະອະນຸ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ພ້ອມຄະນະ, ໄດ້ເຂົ້າຮ່ວມກອງປະຊຸມ ຄະນະອະນຸກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2 ປະຈຳປີ 2019 ແລະ ເຂົ້າຮ່ວມກອງປະຊຸມແກ້ໄຂບັນຫາ ຢາເສບຕິດຕາມຊາຍ ແດນລາວ-ໄທ ຄັ້ງທີ 3 ທີ່ແຂວງ ມຸກດາຫານ ຣາຊະອານາຈັກໄທ. ໂດຍຝ່າຍໄທ ແມ່ນທ່ານ ພົນໂທ ຄໍາຣົນ ເຄຣືອວິຊະຍາຈານເຈົ້າ ກົມກິດຈະການຊາຍແດນທະຫານ ແລະ ປະທານຄະນະອະນຸ ກໍາມະການຮ່ວມມືຮັກສາ ຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ໄທ-ລາວ ພ້ອມຄະນະ.
ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງແທງຮວາ, ກະຊວງ ຕຳຫຼວດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບລາວ ແລະ ບັນດາກຳລັງທີ່ກ່ຽວຂ້ອງ ໄດ້ຈັດຕັ້ງກອງປະຊຸມສະຫລຸບສະພາບການເຄື່ອນໄຫວໂຄສະນາ, ບຸກໂຈມຕີ ແລະ ສະກັດກັ້ນອາດຊະຍາກຳ ຢາເສບຕິດຢູ່ ເສັ້ນຊາຍແດນຫວຽດນາມ - ລາວ.
ຍສໝ - ໃນຕອນບ່າຍວັນທີ 16 ກໍລະກົດ, ຢູ່ ນະຄອນຫລວງວຽງຈັນ ສປປ ລາວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບ ທ່ານ ບຸ່ຍ ວັນ ນາມ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຕຳຫຼວດ ແລະ ຄະນະຜູ້ແທນ ກະຊວງ ຕຳຫຼວດຫວຽດນາມ ໂອກາດມາເຂົ້າຮ່ວມ ກອງປະຊຸມຮ່ວມມື ດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 10.
ຕັ້ງໜ້າປັບປຸງ, ຍົກສູງຄຸນນະພາບຂອງບັນດາກຳລັງທະຫານ ແລະ ກຳລັງ ປ້ອງກັນຄວາມສະຫງົບປະຊາຊົນສົມທົບແໜ້ນ ລະຫວ່າງ ວຽກງານເສດຖະກິດກັບວຽກງານ ປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ, ເດັດດ່ຽວທັບມ້າງທຸກ ການເຄື່ອນໄຫວມ້າງເພທຳລາຍຂອງສັດຕູ ແລະ ປັກປັກ ຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.