ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977 - 18/7/2026), ວັນທີ 16 ກໍລະກົດ, ຢູ່ທີ່ນະຄອນຫຼວງວຽງຈັນ, ຮູບເງົາເລື່ອງ "ຝົນແດງ" ໄດ້ຮັບການສາຍໃຫ້ແກ່ບັນດາອະດີດພະນັກງານ, ພະນັກງານຂອງບັນດາຄະນະພັກ, ກະຊວງ, ຂະແໜງການຂອງລາວໄດ້ຮັບຊົມ, ເຊິ່ງໄດ້ປະກອບສ່ວນເຜີຍແຜ່ບັນດາຄຸນຄ່າທາງດ້ານປະຫວັດສາດ, ສັນຕິພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ຍສໝ - ທ່ານນາງ Madeleine Riffaud ແມ່ນຜູ້ຕາງໜ້າທີ່ເປັນສັນຍະລັກໃຫ້ຄວາມກ້າຫານ, ຄວາມຕັດສິນໃຈຕໍ່ສູ້ເພື່ອຄວາມຍຸຕິທຳ, ຄວາມຊອບທຳ, ສັນຕິພາບ ແລະ ມີນ້ຳໃຈຮັກແພງທີ່ລຽບງ່າຍ, ຈິງໃຈ ແລະ ຍາມໃດກໍ່ຄິດ ແລະ ກະທຳເພື່ອປະເທດ ຫວຽດນາມ. Madeleine Riffaud ຈະຢູ່ໃນໃຈຂອງທຸກຄົນຕະຫຼອດໄປ. ນັ້ນແມ່ນການແບ່ງປັນທີ່ຕື້ນຕັນໃຈຂອງທ່ານນາງ ເຈີ່ນທູຮວ່ານ, ພະນັກງານຂອງຄະນະພົວພັນຕ່າງປະເທດສູນກາງ ກ່ຽວກັບເພື່ອນມິດຂອງ ຫວຽດນາມ.
ຍສໝ - ດ້ວຍເອກະສານ, ຮູບພາບ 250 ກວ່າແຜ່ນທີ່ສ່ອງແສງກ່ຽວກັບສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່; ເບລາຣູດ ຟື້ນຟູ; ຫວຽດນາມ - ເບລາຣຸດ ຮ່ວມມືພ້ອມກັນພັດທະນາ, ງານວາງສະແດງ “ບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້” ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ເບລາຣຸດ. ງານວາງສະແດງ ໂດຍຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສົມທົບກັບສະຖານທູດ ສ.ເບລາຣຸດ ປະຈໍາ ຫວຽດນາມ ໄດ້ເປີດໃນວັນທີ 2 ກໍລະກົດ.