ບົດທີ 2 - ທ່ານ ປອ. ເລດຶກທີ້ງ:

ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"

ຍສໝ - ຂ້າພະເຈົ້າເຫັນວ່າບໍ່ວ່າບັນດາວຽກງານນ້ອຍ ຫຼື ໃຫຍ່ທີ່ຈັດຕັ້ງປະຕິບັດພາຍໃຕ້ຮູບແບບ “ລັດ ແລະປະຊາຊົນຮ່ວມກັນປະຕິບັດ” ລ້ວນແຕ່ປະສົບຜົນສໍາເລັດທີ່ສຸດທັງດ້ານຄຸນນະພາບ, ປະສິດທິຜົນ ແລະ ສ້າງເປັນຈິດຕະສາດ, ຄວາມຮູ້ສຶກທາງສັງຄົມທີ່ດີຂຶ້ນ. ຖ້າລັດຮ່ວມກັບປະຊາຊົນໃນການສ້າງສາ ແລະປະຕິບັດເປົ້າໝາຍຢ່າງສະເໝີພາບ, ໂປ່ງໃສ ກ່ຽວກັບສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບ, ຮູ້ຮັບຟັງ ແລະ ການສ້າງເພື່ອໃຫ້ປະຊາຊົນເປັນເຈົ້າ ແມ່ນ "ເຖິງຈະຫຍຸ້ງຍາກປານໃດກໍ່ຕາມ ແຕ່ຖ້າພໍ່ແມ່ປະຊາຊົນເຮັດ ກໍ່ຈະສໍາເລັດຜົນ". ທ່ານ ປອ. ເລດຶກທີ້ງ, ຫົວໜ້າກົມຄຸ້ມຄອງເສດຖະກິດການຮ່ວມມື ແລະ ພັດທະນາຊົນນະບົດ - ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຖືວ່າ ທັດສະນະດັ່ງກ່າວເປັນຄູ່ມືເພື່ອການສ້າງສາປະເທດໃຫ້ມີຄວາມເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ.

ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ຍສໝ - ປຸກລຸກຄວາມຫວັງພັດທະນາປະເທດຊາດວັດທະນາຖາວອນ, ມີຄວາມຜາສຸກ ແມ່ນແຜນນະໂຍບາຍໃຫຍ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດຫວຽດນາມ ປຸກລະດົມ, ນີ້ບໍ່ພຽງແຕ່ແມ່ນຄວາມມຸ່ງມາດປາດຖະໜາຂອງປະເທດຊາດໃນມື້ນີ້ເທົ່ານັ້ນ ຫາກຍັງແມ່ນຄວາມມຸ່ງມາດປາດຖະໜາຂອງທົ່ວຊົນຊາດໃນຕະຫຼອດໄລຍະແຫ່ງປະຫວັດສາດອັນຍາວນານຂອງປະເທດຊາດ. ພວກເຮົາຈະເຮັດແນວໃດເພື່ອຄວາມມຸ່ງມາດປາດຖະໜາດັ່ງກ່າວປະກົດຜົນເປັນຈິງ, ດ້ວຍຈິດໃຈຄວາມຮັບຜິດຊອບອັນສູງສົ່ງ, ບັນດານັກຊ່ຽວຊານ, ປັນຍາຊົນ ໄດ້ປະກອບຫຼາຍຄຳເຫັນທີ່ສຸດຈິດສຸດໃຈ ແລະ ເຕັມໄປດ້ວຍພູມປັນຍາໃຫ້ແກ່ຫົວຂໍ້ນີ້. ວາລະສານຍຸກສະໄໝ ຂໍເປັນກຽດແນະນຳໄປຍັງຜູ້ອ່ານທຸກທ່ານ.