ສືບຕໍ່ປະຕິບັດຄວາມໃຝ່ຝັນຫັນເປັນດີຈີຕອນ ຢູ່ ຫວຽດນາມ ໃຫ້ເປັນຈິງ
ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ບໍ່ເຄີຍມີເວລາໃດທີ່ການຫັນເປັນດີຈີຕອນຢູ່ ຫວຽດນາມ ພັດໄດ້ຮັບຄວາມເອົາໃຈໃສ່, ລົງທຶນ ແລະ ຊຸກຍູ້ຢ່າງແຮງຄືໃນໄລຍະຜ່ານມາ. ພັກ, ລັດ ແລະ ລັດຖະບານ ຫວຽດນາມ ໄດ້ຍົກອອກຫຼາຍແຜນນະໂຍບາຍ, ກຳນົດທິດ ແລະ ມາດຕະການສຳຄັນແກ່ການຫັນເປັນດີຈີຕອນ, ໃນຂະນະທີ່ບັນດາອົງການຈັດຕັ້ງຂອງລັດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນຕັ້ງໜ້າຕອບສະໜອງ ແລະ ຜັນຂະຫຍາຍ.