ຈົດໝາຍສະແດງຄວາມເສົ້າສະຫຼົດໃຈຈາກສະມາຄົມມິດຕະພາບ ໂອຕຣິດ - ຫວຽດນາມ
ຍສໝ - "ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນໄລຍະທີ່ຫຍຸ້ງຍາກນີ້". ທ່ານ Alfred Gerstl, ປະທານສະມາຄົມມິດຕະພາບ ໂອຕຣິດ - ຫວຽດນາມ ໄດ້ຂຽນຈົດໝາຍສະແດງຄວາມເສົ້າສະຫຼົດໃຈ ສົ່ງເຖິງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.