ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະບອກສຽງປຸກລະດົມຜູ້ເກັ່ງກ້າສາມາດ
ຍສໝ - ເພື່ອສະໜອງຄວາມປາຖະໜາໃນການປະຕິຮູບປະເທດຊາດນັ້ນ, ກ່ອນອື່ນລັດຕ້ອງສະແດງໃຫ້ເຫັນໄດ້ຄວາມປາຖະໜານັ້ນກ່ອນ. ນັ້ນຕ້ອງເປັນຄວາມໄຝ່ຝັນອັນຍິ່ງໃຫຍ່, ຄວາມຕັ້ງໃຈອັນກ້າແກ່ນ, ການເລືອກເຟັ້ນໜຶ່ງດຽວເພື່ອຄວາມຢູ່ລອດ… ແຮງບັນດານໃຈ ແລະ ຄວາມມຸ່ງໝັ້ນຕັ້ງໃຈນັ້ນ ໄດ້ຖືກຖ່າຍທອດໄປເຖິງປະຊາຊົນ ຄືກັບກະບອກສຽງຂອງລາຊາກະສັດໃນນິທານພື້ນບ້ານ ແທງຢອງ ເພື່ອປຸກລະດົມປະຊາຊົນທັງມວນ ລົບລ້າງການສະໜັບສະໜູນລາຊາກະສັດຊ່ວຍເຫຼືອປະເທດຊາດ… ນັ້ນແມ່ນຈິດວິຍານທີ່ແທ້ຈິງໃນບົດຕອບສຳພາດ ຂອງ ປອ. ຫວູມິ່ງເຄື່ຶອງ ຕໍ່ກັບວາລະສານຍຸກສະໄໝ.