ໄຂງານຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026: ເພີ່ມພູນຄູນສ້າງຄວາມຮັກແພງ ແລະ ຄວາມພາກພູມໃຈຕໍ່ກັບບ້ານເກີດເມືອງນອນ

ໄຂງານຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026: ເພີ່ມພູນຄູນສ້າງຄວາມຮັກແພງ ແລະ ຄວາມພາກພູມໃຈຕໍ່ກັບບ້ານເກີດເມືອງນອນ

ຍສໝ - ໃນຕອນຄ່ຳວັນທີ 13 ກໍລະກົດ, ຢູ່ທີ່ຮ່າໂນ້ຍ, ໄດ້ມີພິທີໄຂງານ ຄ້າຍລະດູຮ້ອນຫວຽດນາມ ປະຈຳປີ 2026 ສຳລັບໄວໜຸ່ມ, ເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ. ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍແມ່ນຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ເປັນເຈົ້າພາບ, ປະສານສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຈັດຕັ້ງຂຶ້ນ ແນໃສ່ຮັດແໜ້ນຄວາມຜູກພັນລະຫວ່າງໄວໜຸ່ມ, ນັກສຶກສາຊາວຫວຽດນາມຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ ແລະ ປະເທດຊາດ.