ຄູອາຈານຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກເພື່ອໄປສອນໜັງສືໃຫ້ນັກຮຽນຢູ່ເຂດພູສູງລາວ
ຍສໝ - ໃນຖານະເປັນຄູອາຈານຫວຽດນາມ ໂດຍກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ຄັດເລືອກໄປສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມ, ຂ້າພະເຈົ້າຮູ້ສຶກເປັນກຽດ ແລະເຂົ້າໃຈຄວາມຮັບຜິດຊອບຂອງຕົນໃນການຮັດແໜ້ນນ້ຳໃຈສາມັກຄີມິດຕະພາບຂອງສອງປະເທດ. ຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເຮັດວຽກງານທີ່ໄດ້ຮັບມອບຫມາຍໃຫ້ສໍາເລັດເປັນຢ່າງດີ.