ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້: ຄວາມຮຽກຮ້ອງຕ້ອງການຈາກຕົວຈິງ ແລະ ທິດທາງຍຸດທະສາດໃນຍຸກສະໄໝໃໝ່

ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້: ຄວາມຮຽກຮ້ອງຕ້ອງການຈາກຕົວຈິງ ແລະ ທິດທາງຍຸດທະສາດໃນຍຸກສະໄໝໃໝ່

ຍສໝ - ໃນວິວັດທະນາການສ້າງສາ ແລະ ເສີມຂະຫຍາຍກຳລັງແຮງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນ ຍາມໃດກໍມີຕຳແໜ່ງທີ່ສຳຄັນ. ບໍ່ພຽງແຕ່ແມ່ນອົງການຈັດຕັ້ງທີ່ເຕົ້າໂຮມບັນດາຊັ້ນຄົນໃນສັງຄົມຕາມຂົງເຂດ ແລະ ວິຊາອາຊີບເທົ່ານັ້ນ, ບັນດາສະມາຄົມຍັງແມ່ນຂົວຕໍ່ໂດຍກົງລະຫວ່າງ ພັກ, ລັດ ກັບ ປະຊາຊົນ, ປະກອບສ່ວນສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງ ໃຫ້ແກ່ສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາທີ່ຍືນຍົງ.