ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້
ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ພະນະທ່ານ Jens Luetkenherm, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ.