ຫວຽດນາມ ແມ່ນກຳລັງແຮງງານຊາວຕ່າງປະເທດໃຫຍ່ທີ່ສຸດຢູ່ຍີ່ປຸ່ນ
ຍສໝ - ຕາມກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຍີ່ປຸ່ນ ແລ້ວ, ໃນຈຳນວນຄົນຕ່າງປະເທດ 1,82 ລ້ານຄົນທີ່ພວມເຮັດວຽກຢູ່ຍີ່ປຸ່ນ, ຈຳນວນຄົນສັນຊາດຫວຽດນາມ ແມ່ນຫຼາຍທີ່ສຸດ, ມີເຖິງ 462.384 ຄົນ, ກວມເອົາ 25,4%.