ທ່ານ ເຈິ່ນບ໋າຟຸກ: ຈຳເປັນຕ້ອງສ້າງ ‘ແນວໂຮມດິຈິຕອນ’ ເພື່ອເຊື່ອມຕໍ່ກັບຄົນຫວຽດນາມຢູ່ຕ່າງປະເທດຢ່າງມີປະສິດທິຜົນກວ່າເກົ່າ

ທ່ານ ເຈິ່ນບ໋າຟຸກ: ຈຳເປັນຕ້ອງສ້າງ ‘ແນວໂຮມດິຈິຕອນ’ ເພື່ອເຊື່ອມຕໍ່ກັບຄົນຫວຽດນາມຢູ່ຕ່າງປະເທດຢ່າງມີປະສິດທິຜົນກວ່າເກົ່າ

ຍສໝ - ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ທ່ານ ເຈິ່ນບ໋າຟຸກ, ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ແບ່ງປັນກັບ ວາລະສານ ຍຸກສະໄໝ ກ່ຽວກັບບົດບາດຂອງຊຸມຊົນຄົນຫວຽດນາມ ປະຈຳ ອົດສະຕຣາລີ ໃນວຽກງານການທູດປະຊາຊົນ, ການເຊື່ອມຕໍ່ແຫຼ່ງກຳລັງຂອງຄົນຫວຽດນາມຢູ່ຕ່າງປະເທດ ກໍຄືບັນດາຂໍ້ສະເໜີ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຫຼາຍຂຶ້ນຕື່ມອີກໃນໄລຍະໃໝ່.