ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກ: ຄວາມຄາດໝາຍນະໂຍບາຍສຳລັບຫວຽດນາມ.
ຍສໝ - ຕໍ່ກັບສະພາບການປ່ຽນແປງຂອງໂລກຢ່າງເລິກເຊິ່ງ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກດ້ວຍບັນດາຜົນງານສຳຄັນຫຼາຍຢ່າງກ່ຽວກັບສະຖຽນລະພາບດ້ານເສດຖະກິດ, ເພີ່ມທະວີການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ. ຕາມທັດສະນະຂອງເພື່ອນມິດສາກົນ ແລະ ບັນດານັກສຶກສາທີ່ມີຊື່ສຽງ, ຄວາມຄາດໝາຍອັນໃຫຍ່ຫຼວງແມ່ນໄດ້ວາງອອກໃນບັນດາການຕັດສິນໃຈນະໂຍບາຍທີ່ຈະຊ່ວຍໃຫ້ ຫວຽດນາມ ຫັນຈາກຈຸດໝາຍທີ່ດຶງດູດເຂົ້າເປັນຄູ່ຮ່ວມມືສ້າງຄຸນຄ່າ, ມຸ່ງໄປເຖິງຈຸດໝາຍປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.